ການຂໍການຊ່ວຍເຫຼືອທາງດ້ານກົດໝາຍ ນໍາອົງການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ສາມາດດໍາເນີນດ້ວຍວິທີການໃດໜຶ່ງ ດັ່ງນີ້:
ບຸກຄົນໃດໜຶ່ງ ທີ່ມີຈຸດປະສົງຂໍການຊ່ວຍເຫຼືອທາງດ້ານກົດໝາຍ ສາມາດຮ້ອງຂໍການຊ່ວຍເຫຼືອທາງດ້ານກົດໝາຍດ້ວຍຕົນເອງ ເປັນລາຍລັກອັກສອນ ຫຼື ທາງປາກເປົ່າຕໍ່ການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ບ່ອນຜູ້ຮ້ອງຂໍອາໄສຢູ່ ຫຼື ບ່ອນທີ່ມີເງື່ອນໄຂສະດວກ.
ໃນກໍລະນີ ຜູ້ຮ້ອງຂໍການຊ່ວຍເຫຼືອທາງດ້ານກົດໝາຍ ບໍ່ສາມາດຮ້ອງຂໍດ້ວຍຕົນເອງໄດ້ນັ້ນ ໃຫ້ຜູ້ຕາງໜ້າຄອບຄົວ ຫຼື ຍາດພີ່ນ້ອງ ຮ້ອງຂໍ ແທນຕົນກໍໄດ້.
ອົງການປົກຄອງບ້ານ, ໂຮງຮຽນ, ໂຮງໝໍ ຫຼື ການຈັດຕັ້ງອື່ນ ທີ່ພົບເຫັນບຸກຄົນທີ່ຕ້ອງການຂໍການຊ່ວຍເຫຼືອທາງດ້ານກົດໝາຍ ກໍສາມາດ ສະເໜີຕໍ່ການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ບ່ອນທີ່ມີເງື່ອນໄຂສະດວກ ແທນຜູ້ກ່ຽວກໍໄດ້.
ຜູ້ມີຈຸດປະສົງຂໍການຊ່ວຍເຫຼືອທາງດ້ານກົດໝາຍ ທີ່ບໍ່ມີຄວາມສາມາດຂຽນ ຫຼື ບໍ່ສາມາດເຂົ້າໄປຂໍການຊ່ວຍເຫຼືອທາງດ້ານກົດໝາຍໂດຍກົງໄດ້ ຜູ້ກ່ຽວກໍສາມາດໂທລະສັບ, ສົ່ງຂໍ້ຄວາມຜ່ານໂທລະສັບ ຫຼື ເຄື່ອງມືສື່ສານຕ່າງໆຫາການຈັດຕັ້ງຊ່ວຍເຫຼືອທາງດ້ານກົດໝາຍໄດ້.
ໃນກໍລະນີ ຜູ້ຮ້ອງຂໍການຊ່ວຍເຫຼືອທາງດ້ານກົດໝາຍ ບໍ່ສາມາດໂທລະສັບ, ສົ່ງຂໍ້ຄວາມຜ່ານໂທລະສັບ ຫຼື ນໍາໃຊ້ເຄື່ອງມືສື່ສານຕ່າງໆ ດ້ວຍຕົນເອງໄດ້ ໃຫ້ ຄອບຄົວ, ຍາດພີ່ນ້ອງ ຫຼື ອົງການຈັດຕັ້ງທີ່ກ່ຽວຂ້ອງເຊັ່ນ: ອົງການປົກຄອງບ້ານ, ໂຮງຮຽນ, ໂຮງໝໍ ແລະ ອົງການຈັດຕັ້ງອື່ນ ໂທລະສັບ, ສົ່ງຂໍ້ຄວາມຜ່ານໂທລະສັບ ຫຼື ເຄື່ອງມືສື່ສານແທນຜູ້ກ່ຽວໄດ້.
ການຂໍການຊ່ວຍເຫຼືອທາງດ້ານກົດໝາຍ ນອກຈາກການປະຕິບັດຕາມວິທີການທີ່ກ່າວຂ້າງເທິງນັ້ນແລ້ວ ຍັງສາມາດປະຕິບັດດ້ວຍວິທີການອື່ນ.
ວີດີໂອແນະນໍາ ວິທີການຂໍຄວາມຊ່ວຍເຫຼືອທາງດ້ານກົດໝາຍ ໂດຍ ອົງການ BABSEACLE Laos
ການຊ່ວຍເຫຼືອທາງດ້ານກົດໝາຍ ດໍາເນີນຕາມຂັ້ນຕອນ ດັ່ງນີ້:
ອົງການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ຕ້ອງຮັບເອົາຄໍາຮ້ອງ ຫຼື ຄໍາສະເໜີ ຂໍການຊ່ວຍເຫຼືອທາງດ້ານກົດໝາຍ ດ້ວຍການຈົດເຂົ້າປຶ້ມບັນທຶກ, ໃສ່ເລກທີ, ລົງວັນທີ ພ້ອມທັງເຮັດໃບຕິດຕາມເອກະສານ ໃຫ້ແກ່ຜູ້ມາຢື່ນເພື່ອເປັນຫຼັກຖານ.
ການຮ້ອງຂໍ ຫຼື ສະເໜີທາງປາກເປົ່າ, ໂດຍກົງ ລວມທັງການຂໍທາງໂທລະສັບ ຫຼື ເຄື່ອງມືສື່ສານທີ່ບໍ່ເປັນລາຍລັກອັກສອນ ກໍໃຫ້ຈົດເຂົ້າປຶ້ມບັນທຶກ ແລະ ປະຕິບັດເຊັ່ນດຽວກັນກັບຂ້າງເທີງ ພ້ອມທັງໃສ່ເລກທີ, ລົງວັນທີ ໃຫ້ຜູ້ຕິດຕໍ່ພົວພັນຊາບ.
ການຄົ້ນຄ້ວາ ແລະ ຕົກລົງ ກ່ຽວກັບການໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ:
ການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ຕ້ອງໄດ້ຄົ້ນຄ້ວາ ແລະ ຕົກລົງ ກ່ຽວກັບການໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ພາຍໃນ ຫ້າວັນ ລັດຖະການ ນັບແຕ່ວັນໄດ້ຮັບການຮ້ອງຂໍ ເປັນຕົ້ນໄປ.
ໃນກໍລະນີຮີບດ່ວນ ການຂໍການຊ່ວຍເຫຼືອທາງດ້ານກົດໝາຍ ຕ້ອງຮີບຮ້ອນຄົ້ນຄ້ວາ ແລະ ຕົກລົງໃຫ້ການຊ່ວຍເຫຼືອໂດຍດ່ວນ.
ການແຕ່ງຕັ້ງທະນາຍຄວາມ ຫຼື ບຸກຄົນໃຫ້ການຊ່ວຍເຫຼືອ:
ສະພາທະນາຍຄວາມ ຫຼື ການຈັດຕັ້ງທີ່ກ່ຽວຂ້ອງ ຕ້ອງແຕ່ງຕັ້ງທະນາຍຄວາມ ຫຼື ລັດຖະກອນ ໃຫ້ເປັນຜູ້ຕາງໜ້າ ເພື່ອໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ພາຍໃນ ສາມວັນ ລັດຖະການ ນັບແຕ່ວັນໄດ້ຮັບການຮ້ອງຂໍ ຂອງບຸກຄົນ ຫຼື ການສະເໜີຂອງຂະແໜງການຍຸຕິທໍາ, ສະຫະພັນແມ່ຍິງ ແລະ ອົງການຈັດຕັ້ງອື່ນທີ່ກ່ຽວຂ້ອງ.
ການຂໍອະນຸມັດງົບປະມານ ເພື່ອໃຫ້ການຊ່ວຍເຫຼືອ:
ການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ຫຼື ສະພາທະນາຍຄວາມ ສະເໜີກອງທຶນຊ່ວຍເຫຼືອທາງດ້ານກົດໝາຍ ເພື່ອພິຈາລະນາອະນຸມັດ ການນໍາໃຊ້ງົບປະມານຂອງກອງທຶນຊ່ວຍເຫຼືອທາງດ້ານກົດໝາຍ ເຂົ້າໃນການເຄື່ອນໄຫວຊ່ວຍເຫຼືອທາງດ້ານກົດໝາຍ, ຄ່າໃຊ້ຈ່າຍໃຫ້ທະນາຍຄວາມ ຫຼື ລັດຖະກອນ ທີ່ຖືກແຕ່ງຕັ້ງ.
ກອງເລຂາກອງທຶນຊ່ວຍເຫຼືອທາງດ້ານກົດໝາຍ ຕ້ອງໄດ້ພິຈາລະນາ ແລະ ສະເໜີຂໍອະນຸມັດງົບປະມານຊ່ວຍເຫຼືອ ຈາກສະພາບໍລິຫານກອງທຶນ ພາຍໃນ ສາມວັນ ລັດຖະການ ນັບແຕ່ວັນໄດ້ຮັບການສະເໜີຈາກອົງການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ຫຼື ສະພາທະນາຍຄວາມ ເປັນຕົ້ນໄປ.
ວີດີໂອແນະນໍາ ຂັ້ນຕອນການດຳເນີນການຊ່ວຍເຫຼືອທາງດ້ານກົດໝາຍ ໂດຍ ອົງການ BABSEACLE Laos