ການຊ່ວຍເຫຼືອທາງດ້ານກົດໝາຍ ຢູ່ ສປປ ລາວ

ການຊ່ວຍເຫຼືອທາງດ້ານກົດໝາຍ

ດໍາລັດ ເລກທີ 77/ລບ ວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ

ລັດຖະບານແຫ່ງ ສປປ ລາວ ໄດ້ອອກ ດໍາລັດເລກທີ 77/ລບ ລົງວັນທີ 28/02/2018 ວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ, ເຊິ່ງອີງໃສດໍາລັດນີ້ ການຊ່ວຍເຫຼືອທາງດ້ານກົດໝາຍ ແມ່ນການໃຫ້ບໍລິການທາງດ້ານກົດໝາຍ ໂດຍບໍ່ຄິດຄ່າ ໃຫ້ແກ່ ຜູ້ທຸກຍາກ, ຜູ້ດ້ອຍໂອກາດ, ຄົນພິການ, ເດັກ ທີ່ຕ້ອງການ ການປົກປ້ອງພິເສດ, ຜູ້ກະທຳຜິດ ທີ່ກົດໝາຍກຳນົດ ໃຫ້ມີທະນາຍຄວາມເຂົ້າໄປຊ່ວຍເຫຼືອ, ແມ່ຍິງ ແລະ ເດັກນ້ອຍ ທີ່ຖຶກເຄາະຮ້າຍ ຈາກການໃຊ້ຄວາມຮຸນແຮງ, ຜູ້ຖຶກເຄາະຮ້າຍ ຈາກການຄ້າມະນຸດ ໂດຍຜ່ານອົງການຈັດຕັ້ງ ໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ຕາມເງື່ອນໄຂທີ່ກໍານົດໄວ້.

ກົດຕາມຮູບພາບເພື່ອເຂົ້າເບິ່ງລາຍລະອຽດຂອງເງື່ອນໄຂ

ຜູ້ທີ່ຈະໄດ້ຮັບການຊ່ວຍເຫຼືອທາງກົດໝາຍ
ປະເພດການຊ່ວຍເຫຼືອທາງດ້ານກົດໝາຍ
ປະເພດການຊ່ວຍເຫຼືອທາງດ້ານກົດໝາຍ

ການສະໜອງຂໍ້ມູນຂ່າວສານທາງດ້ານການກົດໝາຍ

ການສະໜອງຂໍ້ມູນຂ່າວສານ ແມ່ນການໃຫ້ຂໍ້ມູນຂ່າວສານທາງດ້ານກົດໝາຍ ດ້ວຍການໃຫ້ອ່ານ, ຈົດບັນທຶກເອົາ ຫຼື ສໍາເນົາເອົານິຕິກໍາ ທີ່ກ່ຽວຂ້ອງກັບການຮ້ອງຂໍ ຫຼື ການສະເໜີ ຊຶ່ງສາມາດປະຕິບັດໄດ້ຫຼາຍວິທີ ເຊັ່ນ: ຢູ່ກັບທີ່, ເຄື່ອນທີ່, ຜ່ານເຄື່ອງມືສື່ສານ ຫຼື ອຸປະກອນເອເລັກໂຕຣນິກ, ໂຄສະນາເຜີຍແຜ່ກົດໝາຍ ແລະ ຜ່ານສື່ສິ່ງພິມຕ່າງໆ ດັ່ງນີ້:

  • ການສະໜອງຂໍ້ມູນຂ່າວສານກັບທີ່ ໃຫ້ປະຕິບັດຢູ່ໃນຫ້ອງການຂອງການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ.
  • ການສະໜອງຂໍ້ມຸນຂ່າວສານເຄື່ອນທີ່ ແມ່ນການລົງໄປເຄື່ອນໄຫວສະໜອງຂໍ້ມູນຂ່າວສານທາງດ້ານກົດໝາຍແກ່ປະຊາຊົນຢູ່ທ້ອງຖິ່ນ ຫຼື ຮາກຖານບ້ານ ໂດຍໃຫ້ປະຕິບັດໄປພ້ອມດຽວກັນກັບການລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ແລະ ການໃຫ້ຄໍາປຶກສາທາງດ້ານກົດໝາຍແບບເຄື່ອນທີ່.
  • ການສະໜອງຂໍ້ມູນຂ່າວສານຜ່ານເຄື່ອງມືສື່ສານ ແລະ ອຸປະກອນເອເລັກໂຕຣນິກ ແມ່ນການໃຫ້ຂໍ້ມູນຂ່າວສານທາງດ້ານກົດໝາຍ ໂດຍຜ່ານໂທລະສັບ, ວິທະຍຸກະຈາຍສຽງ, ໂທລະພາບ, ໂທລະໂຄ່ງ ແລະ ອິນເຕີເນັດ ໃຫ້ແກ່ຜູ້ຮ້ອງຂໍ ຫຼື ຜູ້ສະເໜີ.
  • ການສະໜອງຂໍ້ມູນຂ່າວສານຜ່ານສື່ສິ່ງພິມ ແມ່ນການສະໜອງຜ່ານໜັງສືພິມ, ວາລະສານ, ໃບຂ່າວສານ, ຈົດໝາຍເຫດທາງລັດຖະການ, ແຜ່ນເຈ້ຍທີ່ມີຕົວໜັງສື ຫຼື ຮູບພາບໃຫ້ແກ່ຜູ້ຮ້ອງຂໍ ຫຼື ຜູ້ສະເໜີ.

ການໃຫ້ຄໍາປຶກສາທາງດ້ານກົດໝາຍ

ການໃຫ້ຄໍາປຶກສາທາງດ້ານກົດໝາຍ ແມ່ນການແນະນໍາ, ອະທິບາຍທາງປາກເປົ່າ ຫຼື ເປັນລາຍລັກອັກສອນກ່ຽວກັບກົດໝາຍທີ່ກ່ຽວຂ້ອງກັບການຮ້ອງຂໍ ຫຼື ການສະເໜີ ຊຶ່ງສາມາດປະຕິບັດໄດ້ຫຼາຍວິທີ ເຊັ່ນ: ໃຫ້ຄໍາປຶກສາຢູ່ກັບທີ່, ເຄື່ອນທີ່ຜ່ານເຄື່ອງມືສື່ສານ ຫຼື ອຸປະກອນເອເລັກໂຕຣນິກ ດັ່ງນີ້:

  • ການໃຫ້ຄໍາປຶກສາກັບທີ່ ແມ່ນການແນະນໍາ, ອະທິບາຍທາງປາກເປົ່າ ຫຼື ເປັນລາຍລັກອັກສອນກ່ຽວກັບກົດໝາຍ ໂດຍໃຫ້ປະຕິບັດຢູ່ໃນຫ້ອງການຂອງການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ.
  • ການໃຫ້ຄໍາປຶກສາເຄື່ອນທີ່ ແມ່ນການແນະນໍາ, ອະທິບາຍທາງປາກເປົ່າ ຫຼື ເປັນລາຍລັກອັກສອນກ່ຽວກັບກົດໝາຍ ໂດຍໃຫ້ປະຕິບັດໄປພ້ອມກັບການສະໜອງຂໍ້ມູນຂ່າວສານໃນເວລາລົງໄປເຄື່ອນໄຫວວຽກງານໃຫ້ຄໍາປຶກສາ ແລະ ໂຄສະນາເຜີຍແຜ່ກົດໝາຍ ໂດຍໃຫ້ປະຕິບັດຢູ່ນອກຫ້ອງການຂອງການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ.
  • ການໃຫ້ຄໍາປຶກສາຜ່ານເຄື່ອງມືສື່ສານ ຫຼື ອຸປະກອນເອເລັກໂຕຣນິກ ແມ່ນການແນະນໍາ, ອະທິບາຍກົດໝາຍຜ່ານໂທລະສັບ, ອິນເຕີເນັດ ທີ່ທາງການອະນຸຍາດ.

ການຊ່ວຍເຫຼືອໃນການຮ່າງເອກະສານ

ການຊ່ວຍເຫຼືອໃນການຮ່າງເອກະສານ ແມ່ນການຊ່ວຍເຫຼືອຜູ້ຮ້ອງຂໍໃນການແຕ່ງ ແລະ ການປະກອບເອກະສານຕ່າງໆເຊັ່ນ: ຄໍາຮ້ອງຟ້ອງ, ຄໍາແກ້ຟ້ອງ, ສັນຍາ, ພິໄນກໍາ ແລະ ເອກະສານອື່ນໆ ທີ່ກ່ຽວຂ້ອງກັບການຮ້ອງຂໍ ຫຼື ສະເໜີ.

ການຊ່ວຍເຫຼືອໃນການຮ່າງເອກະສານ ໃຫ້ດໍາເນີນຢູ່ກັບທີ່. ໃນກໍລະນີທີ່ຜູ້ໄດ້ຮັບການຊ່ວຍເຫຼືອບໍ່ສາມາດເຂົ້າມາໃຊ້ບໍລິການກັບທີ່ໄດ້ ຍ້ອນເຈັບເປັນ ຫຼື ດ້ວຍເຫດປົນອື່ນທີ່ເຊື່ອຖືໄດ້ ບຸກຄົນໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍຕ້ອງລົງໄປໃຫ້ບໍລິການຢູ່ບ່ອນທີ່ຜູ້ກ່ຽວອາໄສຢູ່ ຫຼື ສະຖານທີ່ອື່ນ ທີ່ເໝາະສົມ.

ການເປັນຜູ້ຕາງໜ້າໃນການດໍາເນີນຄະດີ

ການເປັນຜູ້ຕາງໜ້າໃນການດໍາເນີນຄະດີ ແມ່ນການເຂົ້າຮ່ວມໃນການດໍາເນີນຄະດີ ຕາມຂະບວນການຍຸຕິທໍາ ໃນນາມຜູ້ໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍ ໂດຍແມ່ນທະນາຍຄວາມທີ່ໄດ້ຮັບການແຕ່ງຕັ້ງ ຈາກສະພາທະນາຍຄວາມເຊັ່ນ: ເຂົ້າຮ່ວມໃນຂັ້ນຕອນ ການສຶບສວນ-ສອບສວນ, ການວ່າຄວາມໃນທີ່ປະຊູມສານ, ຕິດຕາມການຈັດຕັ້ງປະຕິບັດ ຄໍາຕັດສິນຂອງສານ.

ອົງການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ

ການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ຂອງ ຂະແໜງຍຸຕິທໍາ

ກະຊວງຍຸຕິທໍາ
  • ກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທໍາ, ກະຊວງຍຸຕິທໍາ
  • ສະຖາບັນຍຸຕິທໍາແຫ່ງຊາດ, ສະຖາບັນຍຸຕິທໍາພາກເໜືອ-ພາກກາງ-ພາກໃຕ້
  • ພະແນກຍຸຕິທໍາແຂວງ-ນະຄອນຫຼວງ
  • ຫ້ອງການຍຸຕິທໍາເມືອງ-ເທດສະບານ-ນະຄອນ

ການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍຂອງ ສະຫະພັນແມ່ຍິງ

ສຸນກາງສະຫະພັນແມ່ຍິງລາວ
  • ສູນກາງສະຫະພັນແມ່ຍິງລາວ: ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ
  • ສະຫະພັນແມ່ຍິງແຂວງ, ນະຄອນຫຼວງ: ຂະແໜງໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ
  • ສະຫະພັນແມ່ຍິງເມືອງ, ເທດສະບານ, ນະຄອນ: ໜ່ວຍງານໃຫ້ຄໍາປຶກສາ ແລະ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ

ການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ຂອງ ສະພາທະນາຍຄວາມລາວ

  • ສໍານັກງານສະພາທະນາຍຄວາມ
  • ຫ້ອງການສະພາທະນາຍຄວາມ ຂອງ ແຂວງ-ນະຄອນຫຼວງ
  • ໜ່ວຍສະພາທະນາຍຄວາມ ຂອງ ເມືອງ-ເທດສະບານ-ນະຄອນ

ການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ຂອງ ວິສາຫະກິດກົດໝາຍ

  • ວິສາຫະກິດກົດໝາຍ ຫຼື ບໍລິສັດທີ່ປຶກສາກົດໝາຍ

ວີດີໂອແນະນໍາ ອົງການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ໂດຍ ອົງການ BABSEACLE Laos