ການຊ່ວຍເຫຼືອທາງດ້ານກົດໝາຍ ຢູ່ ສປປ ລາວ

ສໍາລັບ ແມ່ຍິງ ແລະ ເດັກນ້ອຍທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ

ແມ່ຍິງ ແລະ ເດັກນ້ອຍທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ
ເງື່ອນໄຂ ຜູ້ທີ່ຈະໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍ ສໍາລັບ ແມ່ຍິງ ແລະ ເດັກນ້ອຍທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ
  • ແມ່ຍິງ ແລະ ເດັກນ້ອຍທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ບໍ່ວ່າຈະເປັນດ້ວຍເງື່ອນໄຂ ຫຼື ກໍລະນີໃດກໍຕາມ ເມື່ອມີການຮ້ອງຂໍ ຫຼື ການສະເໜີຂໍການຊ່ວຍເຫຼືອທາງດ້າຍກົດໝາຍແລ້ວ ຕ້ອງໃຫ້ການຊ່ວຍເຫຼືອ ຕາມແຕ່ກໍລະນີ.
ເອກະສານປະກອບ ຂໍການຊ່ວຍເຫຼືອທາງດ້ານກົດໝາຍ ສໍາລັບ ແມ່ຍິງ ແລະ ເດັກນ້ອຍທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ
  • ຄໍາຮ້ອງຂໍການຊ່ວຍເຫຼືອທາງດ້ານກົດໝາຍ
  • ສໍາເນົາປຶ້ມສໍາມະໂນຄົວ ແລະ ບັດປະຈໍາຕົວ
  • ໃບຢັ້ງຢືນທີ່ຢູ່
  • ເອກະສານອື່ນໆ ທີ່ກ່ຽວຂ້ອງກັບການຮ້ອງຂໍ (ຖ້າມີ)

ກົດຕາມຮູບພາບເພື່ອເຂົ້າເບິ່ງລາຍລະອຽດຂອງເງື່ອນໄຂ

ຜູ້ທີ່ຈະໄດ້ຮັບການຊ່ວຍເຫຼືອທາງກົດໝາຍ

ວີດີໂອແນະນໍາ ຜູ້ທີ່ຈະໄດ້ຮັບການຊ່ວຍເຫຼືອທາງກົດໝາຍ ໂດຍ ອົງການ BABSEACLE Laos