ການຊ່ວຍເຫຼືອທາງດ້ານກົດໝາຍ ຢູ່ ສປປ ລາວ

ສໍາລັບ ຜູ້ດ້ອຍໂອກາດ

ຜູ້ດ້ອຍໂອກາດ
ເງື່ອນໄຂ ຜູ້ທີ່ຈະໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍ ສໍາລັບ ຜູ້ດ້ອຍໂອກາດ
  • ບຸກຄົນທີ່ຂາດເງື່ອນໄຂອັນຈໍາເປັນໃນການເຂົ້າເຖິງຂໍ້ມູນຂ່າວສານ, ການບໍລິການໃຫ້ຄໍາປຶກສາທາງດ້ານກົດໝາຍ, ການຊ່ວຍເຫຼືອໃນການຮ່າງເອກະສານ ຫຼື ການມີທະນາຍຄວາມເປັນຜູ້ຕາງໜ້າໃນການດໍາເນີນຄະດີ ເປັນຕົ້ນຜູ້ທີ່ດໍາລົງຊີວິດຢູ່ເຂດຊົນນະບົດ, ຫ່າງໄກສອກຫຼີກ
  • ຜູ້ທີ່ບໍ່ສາມາດອ່ານ, ຂຽນ ຫຼື ປາກເວົ້າພາສາລາວຢ່າງເປັນທາງການໄດ້
  • ຜູ້ດ້ອຍໂອກາດມີເງື່ອນໄຂດັ່ງດຽວກັນກັບຜູ້ທຸກຍາກ
ເອກະສານປະກອບ ຂໍການຊ່ວຍເຫຼືອທາງດ້ານກົດໝາຍ ສໍາລັບ ຜູ້ດ້ອຍໂອກາດ
  • ຄໍາຮ້ອງຂໍການຊ່ວຍເຫຼືອທາງດ້ານກົດໝາຍ
  • ໃບຢັ້ງຢືນທີ່ຢູ່
  • ໃບຢັ້ງຢືນຖານະທາງດ້ານເສດຖະກິດ ຈາກບ້ານ
  • ສໍາເນົາປຶ້ມສໍາມະໂນຄົວ ແລະ ບັດປະຈໍາຕົວ
  • ໃບຢັ້ງຢືນການສຶກສາ (ຖ້າມີ)
  • ເອກະສານອື່ນໆ ທີ່ກ່ຽວຂ້ອງກັບການຮ້ອງຂໍ (ຖ້າມີ)

ກົດຕາມຮູບພາບເພື່ອເຂົ້າເບິ່ງລາຍລະອຽດຂອງເງື່ອນໄຂ

ຜູ້ທີ່ຈະໄດ້ຮັບການຊ່ວຍເຫຼືອທາງກົດໝາຍ

ວີດີໂອແນະນໍາ ຜູ້ທີ່ຈະໄດ້ຮັບການຊ່ວຍເຫຼືອທາງກົດໝາຍ ໂດຍ ອົງການ BABSEACLE Laos