ການຊ່ວຍເຫຼືອທາງດ້ານກົດໝາຍ ຢູ່ ສປປ ລາວ

ສໍາລັບ ເດັກທີ່ຕ້ອງການການປົກປ້ອງພິເສດ

ເດັກທີ່ຕ້ອງການການປົກປ້ອງພິເສດ
ເງື່ອນໄຂ ຜູ້ທີ່ຈະໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍ ສໍາລັບ ເດັກທີ່ຕ້ອງການການປົກປ້ອງພິເສດ
  • ຜູ້ຖືກເຄາະຮ້າຍ ຫຼື ກໍ່ຄວາມເສຍຫາຍ;
  • ເດັກກໍາພ້າ ທີ່ພໍ່ ຫຼື ແມ່ ຍັງມີຊີວິດຢູ່, ເດັກກໍາພອຍ ທີ່ຢູ່ໃນການຄຸ້ມຄອງຂອງຜູ້ປົກຄອງ ຕ້ອງມີເງື່ອນໄຂດຽວກັນກັບຜູ້ທຸກຍາກ.
  • ໝາຍເຫດ
  • ເດັກທີ່ຕ້ອງການການປົກປ້ອງພິເສດ ແມ່ນເດັກກໍາພ້າ, ເດັກກໍາພອຍ ເດັກທີ່ຖືກປະຖິ້ມ, ເດັກທີ່ຖືກປະລະ ຫຼື ເດັກທີ່ບໍ່ໄດ້ຮັບການເອົາໃຈໃສ ຈາກພໍ່ແມ່ ໃນການເບິ່ງແຍງລ້ຽງດູ, ເດັກທີ່ຖືກທໍາຮ້າຍຮ່າງກາຍ, ເດັກທີ່ຖືກທາລຸນທາງເພດ, ເດັກທີ່ກາຍເປັນໂສເພນີ, ເດັກທີ່ຕົກເປັນເຫຍື່ອຂອງການຄ້າມະນຸດ, ເດັກທີ່ເຮັດວຽກ ຢູ່ໃນສະພາບທີ່ອັນຕະລາຍຮ້າຍແຮງເຖິງຊີວິດ, ສຸຂະພາບ ຫຼື ຖືກຂູດຮີດແຮງງານ, ເດັກນ້ອຍອົບພະຍົບ, ເດັກທີ່ຕິດຢາເສບຕິດ, ເດັກທີ່ໄດ້ຮັບຜົນກະທົບຈາກໂລກເອດ ຫຼື ເຊື້ອເອສໄອວີ ແລະ ເດັກທີ່ເປັນຜູ້ຖືກເສຍຫາຍ ໃນຂະບວນການດໍາເນີນຄະດີ
ເອກະສານປະກອບ ຂໍການຊ່ວຍເຫຼືອທາງດ້ານກົດໝາຍ ສໍາລັບ ເດັກທີ່ຕ້ອງການການປົກປ້ອງພິເສດ
  • ຄໍາຮ້ອງຂໍການຊ່ວຍເຫຼືອທາງດ້ານກົດໝາຍ
  • ໃບຢັ້ງຢືນຖານະທາງດ້ານເສດຖະກິດ ຈາກບ້ານ
  • ສໍາເນົາປຶ້ມສໍາມະໂນຄົວ ແລະ ບັດປະຈໍາຕົວ
  • ໃບຢັ້ງຢືນການເປັນຜຸ້ປົກຄອງ
  • ໃບຢັ້ງຢືນທີ່ຢູ່
  • ເອກະສານອື່ນໆ ທີ່ກ່ຽວຂ້ອງກັບການຮ້ອງຂໍ (ຖ້າມີ)

ກົດຕາມຮູບພາບເພື່ອເຂົ້າເບິ່ງລາຍລະອຽດຂອງເງື່ອນໄຂ

ຜູ້ທີ່ຈະໄດ້ຮັບການຊ່ວຍເຫຼືອທາງກົດໝາຍ

ວີດີໂອແນະນໍາ ຜູ້ທີ່ຈະໄດ້ຮັບການຊ່ວຍເຫຼືອທາງກົດໝາຍ ໂດຍ ອົງການ BABSEACLE Laos