ຊ່ອງທາງທີ່ຈະໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍ ໂດຍບໍ່ຄິດຄ່າ ແກ່ຜູ້ທຸກຍາກ, ຜູ້ດ້ອຍໂອກາດ, ຄົນພິຄົນ, ເດັກທີ່ຕ້ອງການການປົກປ້ອງພິເສດ, ຜູ້ກະທຳຜິດທີ່ກົດໝາຍກຳນົດໃຫ້ມີທະນາຍຄວາມເຂົ້າໄປຊ່ວຍເຫຼືອ, ແມ່ຍິງ ແລະ ເດັກນ້ອຍ ທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ, ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ການລະເມີດສິດທິມະນຸດ:
- ການເຂົ້າໄປພົບ ພະນັກງານຜູ້ຮັບຜິດຊອບການຊ່ວຍເຫຼືອຢູ່ ຫ້ອງໃຫ້ການບໍລິການຊ່ວຍເຫຼືອທາງດ້ານກົດໝາຍ ໂດຍກົງ;
- ການໂທລະສັບຫາ ຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ ໂດຍກົງ;
- ການໃຊ້ບໍລິການ ການຊ່ວຍເຫຼືອທາງດ້ານກົດໝາຍຜ່ານລະບົບດິຈິຕອນ ຢູ່ ສປປ ລາວ ຜ່ານເວັບໄຊແຫ່ງນີ້.