ການຊ່ວຍເຫຼືອທາງດ້ານກົດໝາຍ ຢູ່ ສປປ ລາວ

ສໍາລັບ ຜູ້ທຸກຍາກ

ຜູ້ທຸກຍາກ
ເງື່ອນໄຂ ຜູ້ທີ່ຈະໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍ ສໍາລັບ ຜູ້ທຸກຍາກ
  • ບໍ່ມີລາຍຮັບ ຫຼື ມີລາຍຮັບຕ່ຳກວ່າຄ່າແຮງງານຂັ້ຕ່ຳສຸດຂອງຜູ້ອອກແຮງງານ ທີ່ລັດຖະບານປະກາດໃຊ້ໃນແຕ່ລະໄລຍະ;
  • ເປັນຜູ້ຖືກເຄາະຮ້າຍ, ໄດ້ຮັບຄວາມເສຍຫາຍ, ຖືກລະເມີດສິດ ຫຼື ໂຕ້ແຍງສິດຜົນປະໂຫຍດຈາກບຸກຄົນ,​ນິຕິບຸກຄົນ, ການຈັດຕັ້ງ;
  • ຜູ້ຖືກດຳເນີນຄະດີ ກໍຈະໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍ ຕາມແຕ່ກໍລະນີ;
  • ບໍ່ມີຊັບສິນ ເປັນຕົ້ນທີ່ດິນ, ເຮືອນ, ພາຫະນະ, ສັດລ້ຽງ ແລະ ຊັບສິນອື່ນ;
  • ໄດ້ຮັບການຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ.
ເອກະສານປະກອບ ຂໍການຊ່ວຍເຫຼືອທາງດ້ານກົດໝາຍ ສໍາລັບ ຜູ້ທຸກຍາກ
  • ຄໍາຮ້ອງຂໍການຊ່ວຍເຫຼືອທາງດ້ານກົດໝາຍ;
  • ໃບຢັ້ງຢືນທີ່ຢູ່;
  • ໃບຢັ້ງຢືນຖານະທາງດ້ານເສດຖະກິດ ຈາກບ້ານ;
  • ສໍາເນົາປຶ້ມສໍາມະໂນຄົວ ແລະ ບັດປະຈໍາຕົວ;
  • ເອກະສານອື່ນໆ ທີ່ກ່ຽວຂ້ອງກັບການຮ້ອງຂໍ (ຖ້າມີ).

ກົດຕາມຮູບພາບເພື່ອເຂົ້າເບິ່ງລາຍລະອຽດຂອງເງື່ອນໄຂ

ຜູ້ທີ່ຈະໄດ້ຮັບການຊ່ວຍເຫຼືອທາງກົດໝາຍ

ວີດີໂອແນະນໍາ ຜູ້ທີ່ຈະໄດ້ຮັບການຊ່ວຍເຫຼືອທາງກົດໝາຍ ໂດຍ ອົງການ BABSEACLE Laos