ການຊ່ວຍເຫຼືອທາງດ້ານກົດໝາຍ ຢູ່ ສປປ ລາວ

ສໍາລັບ ຄົນພິການ

ຄົນພິການ
ເງື່ອນໄຂ ຜູ້ທີ່ຈະໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍ ສໍາລັບ ຄົນພິການ
  • ຄົນພິການມີເງື່ອນໄຂດັ່ງດຽວກັນກັບຜູ້ທຸກຍາກ
  • ຄົນພິການທາງດ້ານຮ່າງການ ແມ່ນບຸກຄົນທີ່ມີຄວາມບົກຜ່ອງທາງດ້ານໂຄງສ້າງຂອງຮ່າງກາຍ ຊຶ້ງພາໃຫ້ມີຄວາມຫຍຸ້ງຍາກໃນການເຄືອນໄຫວ ລວມທັງຄວາມບົກຜ່ອງ ຫຼື ການສູນເສຍໜ້າທີ່ການອົງຄະເປັນຕົ້ນ ແຂນ, ຂາ
  • ຄົນພິການທາງດ້ານການເບິ່ງເຫັນ ແມ່ນບຸກຄົນທີ່ມີຄວາມບົກຜ່ອງ ຫຼື ສູນເສຍຄວາມສາມາດ ໃນການເບິ່ງເຫັນ ເປັນຕົ້ນຕາບອດສະໜິດ, ຕາບອດສີ, ຕາຟາງ ຊື່ງພາໃຫ້ມີຄວາມຫຍຸ້ງຍາກໃນການເບິ່ງເຫັນ
  • ຄົນພິການທາງດ້ານການໄດ້ຍິນ ແລະ ການປາກເວົ້າ ແມ່ນບຸກຄົນທີ່ມີຄວາມບົກຜ່ອງ ຫຼື ສູນເສຍຄວາມສາມາດ ໃນການໄດ້ຍິນ ແລະ ການປາກເວົ້າ ເປັນຕົ້ນ ຫູໜວກ, ຫູຕຶງ, ປາກກືກ, ປາກຜໍ່າ, ປາກອອກສຽງບໍ່ແຈ້ງ ຊື່ງພາໃຫ້ມີຄວາມຫຍຸ້ງຍາກໃນການໄດ້ຍິນ ແລະ ການສື່ສານ
  • ຄົນພິການທາງດ້ານສະຕິປັນຍາ ແມ່ນບຸກຄົນທີ່ມີການພັດທະນາທາງດ້ານສະໝອງຊ້າກວ່າປົກກະຕິ, ມີຂໍ້ຈໍາກັດໃນການເຄື່ອນໄຫວຊີວິດປະຈໍາວັນ ຫຼື ການເຂົ້າຮ່ວມກິດຈະກໍາທາງດ້ານສັງຄົມ
  • ຄົນພິການທາງດ້ານຄວາມຈື່ຈໍາ ແມ່ນບຸກຄົນທີ່ມີສະຕິບໍ່ສົມບູນ ເປັນຕົ້ນ ການຮຽນຮູ້,​ການຮັບຮູ້ ແລະ ອາລົມຈິດທີ່ມີການປ່ຽນແປງຕະຫຼອດ
ເອກະສານປະກອບ ຂໍການຊ່ວຍເຫຼືອທາງດ້ານກົດໝາຍ ສໍາລັບ ຜູ້ດ້ອຍໂອກາດ
  • ຄໍາຮ້ອງຂໍການຊ່ວຍເຫຼືອທາງດ້ານກົດໝາຍ
  • ໃບຢັ້ງຢືນຖານະທາງດ້ານເສດຖະກິດ ຈາກບ້ານ
  • ໃບຢັ້ງຢືນການເປັນຄົນພິການ ຈາກພາກສ່ວນທີ່ກ່ຽວຂ້ອງ
  • ສໍາເນົາປຶ້ມສໍາມະໂນຄົວ ແລະ ບັດປະຈໍາຕົວ
  • ໃບຢັ້ງຢືນທີ່ຢູ່
  • ເອກະສານອື່ນໆ ທີ່ກ່ຽວຂ້ອງກັບການຮ້ອງຂໍ (ຖ້າມີ)

ກົດຕາມຮູບພາບເພື່ອເຂົ້າເບິ່ງລາຍລະອຽດຂອງເງື່ອນໄຂ

ຜູ້ທີ່ຈະໄດ້ຮັບການຊ່ວຍເຫຼືອທາງກົດໝາຍ

ວີດີໂອແນະນໍາ ຜູ້ທີ່ຈະໄດ້ຮັບການຊ່ວຍເຫຼືອທາງກົດໝາຍ ໂດຍ ອົງການ BABSEACLE Laos