ການຊ່ວຍເຫຼືອທາງດ້ານກົດໝາຍ ຢູ່ ສປປ ລາວ

17/06/2026

ໃນວັນທີ 2 ມີຖຸນາ 2026 ທີ່ແຂວງຄຳມ່ວນ, ເມືອງບົວລະພາ. ພະແນກຍຸຕິທຳແຂວງຄໍາມ່ວນໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ພະນັກງານເມືອງ ແລະ ພໍ່ແມ່ປະຊາຊົນອ້ອມຂ້າງເມືອງບົວລະພາ ເຊິ່ງໃນການລົງໂຄສະນາດັ່ງກ່າ ໄດ້ມີມີຜູ້ເຂົ້າຮ່ວມຮັບຟັງຈຳນວນ 61 ທ່ານ, ຍິງ 12 ທ່ານ. ພ້ອມທັງມີຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍພະແນກຍຸຕິທໍາແຂວງຄໍາມ່ວນ ໄດ້ຕັ້ງໂຕະໃຫ້ຄຳປຶກສາທາງດ້ານກົດໝາຍໃຫ້ບັນດາຊາຊາຊົນທີ່ມາຮ່ວມ, ເຊິ່ງມີຜູ້ເຂົ້າມາຂໍຄຳປຶກສາທາງດ້ານກົດໝາຍທັງໝົດຈຳນວນ 18 ຄົນ, ຍິງ 9 ຄົນ

ເພື່ອສົ່ງເສີມການເຂົ້າເຖິງຄວາມຍຸຕິທຳໃນຊຸມຊົນ, ການລົງຕັ້ງໂຕ໊ະໃຫ້ປຶກສາທາງດ້ານກົດໝາຍ, ພະນັກງານຊ່ວຍເຫຼືອດ້ານກົດໝາຍ ໄດ້ໃຫ້ຄຳປຶກສາດ້ານກົດໝາຍໂດຍບໍ່ໄດ້ເສຍຄ່າໃຫ້ແກ່ປະຊາຊົນ ພ້ອມທັງໃຫ້ຄຳແນະນຳໃນພາກປະຕິບັດຕົວຈິງ ກ່ຽວກັບການແກ້ໄຂຂໍ້ຂັດແຍ່ງ ແລະ ໃຫ້ຄວາມຮູ້ແກ່ປະຊາຊົນກ່ຽວກັບ ສິດທິທາງກົດໝາຍ ແລະ ລະບົບຍຸຕິທຳ ເພື່ອສົ່ງເສີມຄວາມຮັບຮູ້ທາງກົດໝາຍ ແລະ ລະບົບຍຸຕິທຳໃນຊຸມຊົນ


ຂ່າວສານ-ກິດຈະກໍາຫຼ້າສຸດ