ໃນວັນທີ 9 ມິຖຸນາ 2026 ຄະນະທິມງານຫ້ອງການຍຸຕິທໍາເມືອງ ວຽງພູຄາ, ແຂວງ ຫຼວງນໍ້າທາ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ດໍາລັດ 77/ລບ ລົງວັນທີ 28 ກຸມພາ 2018 ວ່າດ້ວຍການຊ່ວຍເຫຼື່ອທາງດ້ານກົດໝາຍໂດຍບໍ່ເສຍຄ່າ, ຕັ້ງໂຕະໃຫ້ຄໍາປຶກສາທາງດ້ານກົດໝາຍ, ປະມວນກົດໝາຍອາຍາ ແລະ ປະມວນກົດໝາຍແພ່ງ ໃຫ້ປະຊາຊົນບ້ານ ທ່າຫຼວງ, ເມືອງ ວຽງພູຄາ, ແຂວງ ຫຼວງນໍ້າທາ ໂດຍການເປັນປະທານຂອງທ່ານ ທ່ານ ພອນໄຊ ແກ້ວປະເສີດ ຮອງຫົວໜ້າຫ້ອງການຍຸຕິທໍາເມືອງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ຈົງກາ ວາໄຊຢີ ເລຂາໜ່ວຍພັກບ້ານ ນາຍບ້ານໆ ທ່າຫຼວງ ມີອົງການຈັດຈັດຕັ້ງຂອງບ້ານ, ເຖົ້າແກ່ແນວໂຮມ, ຕະຫຼອດຮອດພໍ່ແມ່ຊາຊົນພາຍໃນບ້ານເຂົ້າຮ່ວມທັງໝົດ 31 ທ່ານ, ຍິງ 14 ທ່ານ.
ຈຸດປະສົງ ໃນການລົງຄັ້ງນີ້ແມ່ນ ໂຄສະນາເຜີຍແຜ່ກົດໝາຍ ແລະ ຕັ້ງໂຕະໃຫ້ຄໍາປຶກສາທາງດ້ານກົດໝາຍ ເພື່ອເຮັດໃຫ້ການຈັດຕັ້ງບ້ານ ແລະ ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຂອງລັດທີ່ວາງອອກໃນແຕ່ໄລຍະ, ເພື່ອຍົກສູງສະຕິໃນການເຄົາລົບກົດໝາຍ, ຫັນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ ໃຫ້ມີຄວາມເຂັ້ມງວດ ເຮັດໃຫ້ສັງຄົມມີຄວາມສະງົບ, ສີວິໄລ ແລະ ຍຸຕິທໍາ. ຜ່ານການໂຄສະນາເຜີຍແຜ່ກົດໝາຍເຫັນວ່າ ບັນດາຜູ້ເຂົ້າຮວ່ມຮັບຟັງ ໄດ້ໃຫ້ຄວາມສົນໃຈ ແລະ ຍົກບັນຫາຂຶ້ນມາສົນທະນາແລກປ່ຽນບົດຮຽນ, ປະກອບຄໍາຄິດ-ຄໍາເຫັນ ຢ່າງມີບັນຍາກາດຟົດຟື້ນ.
ໃນຕອນທ້າຍ ທ່ານ ພອນໄຊ ແກ້ວປະເສີດ ຮອງຫົວໜ້າຫ້ອງການຍຸຕິທໍາເມືອງ ກໍໄດ້ມີຄໍາເຫັນ ຊຶ່ງທ່ານໄດ້ເໜັ້ນໜັກໃຫ້ອົງການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ໃຫ້ເອົາໃຈໃສ່ ແລະ ເປັນເຈົ້າການຕໍ່ກັບການຕ້ານບັນດາປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນ ແລະ ພ້ອມກັນແກ້ໄຂ່ບັນດາຂໍ້ຂັດແຍ່ງຕ່າງຕ່າງໆພາຍໃນບ້ານໃຫ້ມີຄວາມສະຫງົບ, ສີວິໄລ, ຍຸຕິທໍາ ແລະ ກ່າວໄປສູ່ ລັດແຫ່ງ ສປປ ລາວ ທີ່ປົກຄອງດ້ວຍກົດໝາຍເທື່ອລະກ້າວ.
ພາບ, ຂ່າວ: ຄໍາບາງ ບົວປະເສີດ