ການຊ່ວຍເຫຼືອທາງດ້ານກົດໝາຍ ຢູ່ ສປປ ລາວ

17/06/2026
ຫ້ອງການຍຸຕິທຳເມືອງບົວລະພາລົງໂຄສະນາເຜີຍແຜ່ກົດໝາຍ ແລະ ການຕັ້ງໂຕະໃຫ້ຄໍາປຶກສາ ແບບເຄື່ອນທີ່

ໃນວັນທີ 01-05 ມິຖຸນາ2026 ຫ້ອງການຍຸຕິທຳເມືອງບົວລະພາ ໄດ້ເຄື່ອນໄຫວລົງໂຄສະນາເຜີຍແຜ່ກົດໝາຍ  ແລະ ແບບເຄື່ອນພ້ອມທັງມີການຕັ້ງໂຕະໃຫ້ຄຳປຶກສາທາງດ້ານກົດໝາຍໃຫ້ປະຊາຊົນຢູ່ທີ່ ຕາແສງທົ່ງຂາມ ໂດຍສະເພາະ ບ້ານໜອງໂນ,ບ້ານໜອງບົວ,ບ້ານໜອງແສງ,ບ້ານວັງເນີ,ບ້ານດຸ, ນຳພາໂດຍທ່ານ ບຸນຍູ້ ສຸລິວົງ  ຮອງຫົວໜ້າຫ້ອງການຍຸຕິທຳເມືອງ ພ້ອມດ້ອຍ ພະນັກງານຫ້ອງການຍຸຕິທໍາເມືອງ,ເຂົ້າຮ່ວມມີ ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ 5 ບ້ານ ເຂົ້າຮ່ວມ.

  ຈຸດປະສົງໃນການຈັດກິດຈະກຳໃນຄັ້ງນີ້ກໍ່ເພື່ອເປັນການໂຄສະນາເຜີຍແຜ່ກົດໝາຍດຳລັດ 77/ລບ, ກົດໝາຍຄອບຄົວ,ກົດໝາຍທີດິນ,ກົດໝາຍວ່າດ້ວຍລະບຽນສານ,ກົດໝາຍວ່າດ້ວຍກຳມະສິດ,ກົດໝາຍວ່າດ້ວຍການສືບທອດມູນມໍລະດົກ ແລະ ປະມວນກົດໝາຍອາຍາ ແລະ ພ້ອມນັ້ນສ້າງຄວາມເຊື່ອຖືຕໍ່ຜົນສັກສິດຂອງກົດໝາຍ. ເພື່ອບັນລຸຕາມຈຸດປະສົງ ແລະ ເປົ້າໝາຍລວມຂອງຈຸດປະສົງ ເພື່ອເປັນການສ້າງຄວາມຮັບຮູ້ ແລະຍົກສູງສະຕິຕື່ນຕົວເຄົາລົບລັດຖະທຳມະນູນ, ກົດໝາຍ ແລະລະບຽບການຕ່າງໆຂອງປະຊາຊົນບັນດາເຜົ່າໃນທ້ອງຖິ່ນຮາກຖານ, ພ້ອມດຽວກັນນີ້, ວຽກງານດັ່ງກ່າວຍັງຊ່ວຍເຫຼືອທາງດ້ານກົດໝາຍ ແລະໂຄສະນາເຜີຍແຜ່ກົດໝາຍ ເປັນວຽກງານໜຶ່ງທີ່ມີບົດບາດສໍາຄັນໃນການປະກອບສ່ວນຈັດຕັ້ງປະຕິບັດແນວທາງນະໂບາຍຂອງພັກ ແຜນການຈັດຕັ້ງປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກກ່ຽວກັບການຍົກສູງປະສິດທິພາບການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍ, ຕາມຫລັກການທີ່ວ່າ:ເປັນເຈົ້າການ, ປະຕິບັດສິດ ສະເໝີພາບຂອງພົນລະເມືອງຕໍ່ໜ້າກົດໝາຍ, ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ພົນລະເມືອງໃຫ້ເຂົ້າເຖິງກົດໝາຍ ແລະຍຸຕິທໍາຢ່າງສະເໝີພາບ ແລະ ເທົ່າທຽມກັນ.

ຂ່າວສານ-ກິດຈະກໍາຫຼ້າສຸດ