ໃນວັນທີ 10 ມິຖຸນາ 2026 ຄະນະທິມງານຫ້ອງການຍຸຕິທໍາເມືອງ ວຽງພູຄາ, ແຂວງ ຫຼວງນໍ້າທາ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ດໍາລັດ 77/ລບ ລົງວັນທີ 28 ກຸມພາ 2018 ວ່າດ້ວຍການຊ່ວຍເຫຼື່ອທາງດ້ານກົດໝາຍໂດຍບໍ່ເສຍຄ່າ, ຕັ້ງໂຕະໃຫ້ຄໍາປຶກສາທາງດ້ານກົດໝາຍ, ປະມວນກົດໝາຍອາຍາ ແລະ ປະມວນກົດໝາຍແພ່ງ ໃຫ້ປະຊາຊົນບ້ານ ພູເລັດ, ເມືອງ ວຽງພູຄາ, ແຂວງ ຫຼວງນໍ້າທາ ໂດຍການເປັນປະທານຂອງທ່ານ ສົງຄາມ ແກ້ວມະນີວົງ ກໍາມະການພັກເມືອງຫົວໜ້າຫ້ອງການຍຸຕິທໍາເມືອງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ໝັ້ນເງິນ ສັນຍາໄລ ເລຂາໜ່ວຍພັກບ້ານ ນາຍບ້ານໆ ພູເລັດ ມີອົງການຈັດຈັດຕັ້ງຂອງບ້ານ, ເຖົ້າແກ່ແນວໂຮມ, ຕະຫຼອດຮອດພໍ່ແມ່ຊາຊົນພາຍໃນບ້ານເຂົ້າຮ່ວມທັງໝົດ 36 ທ່ານ, ຍິງ 17 ທ່ານ.
ຈຸດປະສົງ ໃນການລົງຄັ້ງນີ້ແມ່ນ ໂຄສະນາເຜີຍແຜ່ກົດໝາຍ ແລະ ຕັ້ງໂຕະໃຫ້ຄໍາປຶກສາທາງດ້ານກົດໝາຍ ເພື່ອເຮັດໃຫ້ການຈັດຕັ້ງບ້ານ ແລະ ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຂອງລັດທີ່ວາງອອກໃນແຕ່ໄລຍະ, ເພື່ອຍົກສູງສະຕິໃນການເຄົາລົບກົດໝາຍ, ຫັນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ ໃຫ້ມີຄວາມເຂັ້ມງວດ ເຮັດໃຫ້ສັງຄົມມີຄວາມສະງົບ, ສີວິໄລ ແລະ ຍຸຕິທໍາ. ຜ່ານການໂຄສະນາເຜີຍແຜ່ກົດໝາຍເຫັນວ່າ ບັນດາຜູ້ເຂົ້າຮວ່ມຮັບຟັງ ໄດ້ໃຫ້ຄວາມສົນໃຈ ແລະ ຍົກບັນຫາຂຶ້ນມາສົນທະນາແລກປ່ຽນບົດຮຽນ, ປະກອບຄໍາຄິດ-ຄໍາເຫັນ ຢ່າງມີບັນຍາກາດຟົດຟື້ນ.
ໃນຕອນທ້າຍ ທ່ານ ສົງຄາມ ແກ້ວມະນີວົງ ກໍາມະການພັກເມືອງຫົວໜ້າຫ້ອງການຍຸຕິທໍາເມືອງ ກໍໄດ້ມີຄໍາເຫັນ ຊຶ່ງທ່ານໄດ້ເໜັ້ນໜັກໃຫ້ອົງການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ໃຫ້ເອົາໃຈໃສ່ ແລະ ເປັນເຈົ້າການຕໍ່ກັບການຕ້ານບັນດາປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນ ແລະ ພ້ອມກັນແກ້ໄຂ່ບັນດາຂໍ້ຂັດແຍ່ງຕ່າງຕ່າງໆພາຍໃນບ້ານໃຫ້ມີຄວາມສະຫງົບ, ສີວິໄລ, ຍຸຕິທໍາ ແລະ ກ່າວໄປສູ່ ລັດແຫ່ງ ສປປ ລາວ ທີ່ປົກຄອງດ້ວຍກົດໝາຍເທື່ອລະກ້າວ.
ພາບ: ສອນຈັນ ພົມມະຈັນ, ຂ່າວ: ຄໍາບາງ ບົວປະເສີດ
45-Day Legal Training Course Opens in Xaybouathong District, Khammouane Province
Thaphabat District Office of Justice conducted a public awareness and dissemination campaign on Decree No. 77/GOV
The Khammouane Provincial Department of Justice conducted a legal awareness and dissemination campaign on Decree No. 77/GOV
Justice Office of Xaychamphone District, Bolikhamsai Province, Conducts Public Outreach on Prime Minister's Decree No. 77/GOV and Provides Legal Consultation Services
The District Justice Office of Borikhan District, Bolikhamsai Province, conducts outreach on legal instruments and provides a mobile legal consultation desk
The District Justice Office of Mahaxay District conducted outreach on laws and legal instruments and provided mobile legal consultation services