ວັນທີ 16 ມິຖຸນາ 2026 ຄະນະທີມງານຫ້ອງການຍຸຕິທໍາເມືອງຫຼວງນໍ້າທາ ໄດ້ລົງໂຄສະນາເຜີຍແຜ່ ດໍາລັດສະບັບເລກທີ 77/ລບ ລົງວັນທີ 28 ກຸມພາ 2018 ວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ຕັ້ງໂຕະໃຫ້ຄໍາປຶກສາທາງດ້ານກົດໝາຍ ພ້ອມທັງປະເມີນຄືນບ້ານແບບຢ່າປະຕິບັດກົດໝາຍ ໃຫ້ປະຊາຊົນ ບ້ານສວນຢາ ແລະ ບ້ານປ່າຄາ ໂດຍນໍາພາຂອງທ່ານ ລໍາພັນ ປ້ານບຸນທັນ ຮອງຫົວໜ້າຫ້ອງການ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ພັນ ຕຸນຄໍາໄໝ ຮອງປະທານຄະນະກຳມະການ ຕາແສງນາເຕີຍ, ມີອົງການປົກຄອງບ້ານສວນຢາ ແລະ ບ້ານປ່າຄາ, ມີອົງການຈັດຕັ້ງບ້ານ ແລະ ປະຊາຊົນ ເຂົ້າຮ່ວມທັງໝົດ 89 ທ່ານ ຍີງ 42 ທ່ານ
ຈຸດປະສົງ ເພື່ອເສີມຂະຫຍາຍ ເນື້ອໃນຂອງດໍາລັດ 77/ລບ ແລະ ເສີມສ້າງຄວາມຮັບຮູ້ ຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍພັກລະບຽບກົດໝາຍຂອງລັດ ເພື່ອໃຫ້ທຸກຄົນສາມາດເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທໍາ, ແນ່ໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ, ຄວາມສະເໝີພາບຂອງພົນລະເມືອງຕໍ່ໜ້າກົດໝາຍ, ປະກອບສ່ວນເຂົ້າໃນການສ້າງສັງຄົມໃຫ້ມີຄວາມສະຫງົບ, ມີຄວາມສາມະຄີປອງດອງ ຍຸຕິທໍາ ແລະ ສີວິໄລ. ກົດໝາຍທີ່ນໍາໄປເຜີຍແຜ່ໂຄສະນາໃນຄັ້ງນີ້ ປະກອບມີ: ດໍາລັດ 77/ລບ, ລັດຖະທໍາມະນູນ, ກົດໝາຍທະບຽນສານ ແລະ ບາງມາດຕາຂອງປະມວນກົດໝາຍອາຍາ ການເຜີຍແຜ່ກົດໝາຍໃນຄັ້ງນີ້ເຫັນວ່າ ບັນດາທ່ານຜູ້ເຂົ້າຮ່ວມຮັບຟັງ ແລະ ໄດ້ໃຫ້ຄວາມສົນໃຈພ້ອມທັງຍົກບັນຫາທີ່ເກີດຂຶ້ນພາຍໃນບ້ານມາສົນທະນາແລກປ່ຽນບົດຮຽນ, ປະກອບຄໍາຄິດ-ຄໍາເຫັນ ຢ່າງກົງໄປກົງມາ.
ຕອນທ້າຍພິທີ ທ່ານ ລໍາພັນ ປ້ານບຸນທັນ ຮອງຫົວໜ້າຫ້ອງການ ໄດ້ມີຄໍາເຫັນບາງບັນຫາທີ່ສຳຄັນ ເປັນຕົ້ນແມ່ນ ທ່ານໄດ້ເນັ້ນໜັກ ໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານ ທີ່ເຂົ້າຮ່ວມຮັບຟັງການເຜີຍແຜ່ກົດໝາຍໃນຄັ້ງນີ້ ຈົ່ງນໍາເອົາເນື້ອໃນຂອງກົດໝາຍ ແລະ ດໍາລັດ77/ລບ ທີ່ໄດ້ຮັບຟັງຄັ້ງນີ້ໄປຜັນຂະຫຍາຍ, ຈັດຕັ້ງປະຕິບັດ, ໜູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງພາຍໃນບ້ານຂອງຕົນ ເພື່ອເຮັດໃຫ້ບ້ານມີຄວາມສະຫງົບ, ຍຸຕິທໍາ, ສີວິໄລ ຢ່າງເຂັມງວດ
ຂ່າວ - ພາບ : ນາງ ວິນັດ ພົມມະຫານ
45-Day Legal Training Course Opens in Xaybouathong District, Khammouane Province
Thaphabat District Office of Justice conducted a public awareness and dissemination campaign on Decree No. 77/GOV
The Khammouane Provincial Department of Justice conducted a legal awareness and dissemination campaign on Decree No. 77/GOV
Justice Office of Xaychamphone District, Bolikhamsai Province, Conducts Public Outreach on Prime Minister's Decree No. 77/GOV and Provides Legal Consultation Services
The District Justice Office of Borikhan District, Bolikhamsai Province, conducts outreach on legal instruments and provides a mobile legal consultation desk
The District Justice Office of Mahaxay District conducted outreach on laws and legal instruments and provided mobile legal consultation services