ໃນວັນທີ 17 ມິຖຸນາ 2026 ຄະນະທີມງານຫ້ອງການຍຸຕິທໍາເມືອງ ນາແລ ໄດ້ລົງໂຄສະນາເຜີຍແຜ່ ດໍາລັດສະບັບເລກທີ 77/ລບ ລົງວັນທີ 28 ກຸມພາ 2018 ວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ຕັ້ງໂຕະໃຫ້ຄໍາປຶກສາທາງດ້ານກົດໝາຍ ໃຫ້ປະຊາຊົນບ້ານພູລວງ ໂດຍນໍາພາຂອງທ່ານ ສີບຸນຍັງ ພີມວິດາ ຫົວໜ້າໜ່ວຍງານ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄືນແສງ ແສງມະນີ ຮອງປະທານອົງການປົກຄອງບ້ານພູລວງ ,ມີອົງການຈັດຕັ້ງບ້ານ ແລະ ປະຊາຊົນ ເຂົ້າຮ່ວມທັງໝົດ 37 ທ່ານ ຍີງ 16 ທ່ານ
ຈຸດປະສົງ ເພື່ອເສີມຂະຫຍາຍ ເນື້ອໃນຂອງດໍາລັດ 77/ລບ ແລະ ເສີມສ້າງຄວາມຮັບຮູ້ ຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍພັກ ລະບຽບກົດໝາຍຂອງລັດເພື່ອໃຫ້ທຸກຄົນສາມາດເຂົ້າເຖີງກົດໝາຍ ແລະ ຂະບວນການຍຸຕິທໍາ, ແນ່ໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ, ຄວາມສະເໝີພາບຂອງພົນລະເມືອງ ຕໍ່ໜ້າກົດໝາຍ, ປະກອບສ່ວນເຂົ້າໃນການສ້າງສັງຄົມໃຫ້ມີຄວາມສະຫງົບ, ມີຄວາມສາມະຄີປອງດອງ ຍຸຕິທໍາ ແລະ ສີວິໄລ. ກົດໝາຍທີ່ນໍາໄປເຜີຍແຜ່ໂຄສະນາໃນຄັ້ງນີ້ ປະກອບມີ: ດໍາລັດ 77/ລບ ແລະ ບາງມາດຕາຂອງປະມວນກົດໝາຍອາຍາ ແລະ ກົດໝາຍວ່າດ້ວຍຢາເສບຕິດ ການເຜີຍແຜ່ກົດໝາຍໃນຄັ້ງນີ້ເຫັນວ່າ ບັນດາທ່ານຜູ້ເຂົ້າຮ່ວມຮັບຟັງ ໄດ້ໃຫ້ຄວາມສົນໃຈ ແລະ ຍົກບັນຫາຂຶ້ນທີ່ເກີດພາຍໃນບ້ານມາສົນທະນາ ແລກປ່ຽນບົດຮຽນ, ປະກອບຄໍາຄິດ-ຄໍາເຫັນ ຢ່າງກົງໄປກົງມາ.
ຕອນທ້າຍພິທີ ທ່ານ ຄືນແສງ ແສງມະນີ ຮອງປະທານອົງການປົກຄອງບ້ານພູລວງ ໄດ້ມີຄໍາເຫັນບາງບັນຫາທີ່ສຳຄັນ ເປັນຕົ້ນແມ່ນ ທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ທີມງານຂອງຫ້ອງການຍຸຕິທໍາ ທີ່ໄດ້ນໍາເອົາເນື້ອໃນຂອງກົດໝາຍ ເປັນຕົ້ນແມ່ນດໍາລັດ77/ລບ ລົງມາເຜີຍແຜ່ໃນຄັ້ງນີ ທ່ານໄດ້ເນັ້ນໜັກ ໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານ ທີ່ເຂົ້າຮ່ວມຮັບຟັງການເຜີຍແຜ່ກົດໝາຍໃນຄັ້ງນີ້ ຈົ່ງນໍາເອົາເນື້ອໃນຂອງກົດໝາຍ ແລະ ດໍາລັດ77/ລບ ທີ່ໄດ້ຮັບຟັງຄັ້ງນີ້ໄປຜັນຂະຫຍາຍ, ຈັດຕັ້ງປະຕິບັດ, ໜູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງ ເພື່ອເຮັດໃຫ້ບ້ານມີຄວາມສະຫງົບ, ຍຸຕິທໍາ, ສີວິໄລ ຢ່າງເຂັມງວດ
ຂ່າວ - ພາບ : ສີບຸນຍັງ ພີມວິດາ
45-Day Legal Training Course Opens in Xaybouathong District, Khammouane Province
Thaphabat District Office of Justice conducted a public awareness and dissemination campaign on Decree No. 77/GOV
The Khammouane Provincial Department of Justice conducted a legal awareness and dissemination campaign on Decree No. 77/GOV
Justice Office of Xaychamphone District, Bolikhamsai Province, Conducts Public Outreach on Prime Minister's Decree No. 77/GOV and Provides Legal Consultation Services
The District Justice Office of Borikhan District, Bolikhamsai Province, conducts outreach on legal instruments and provides a mobile legal consultation desk
The District Justice Office of Mahaxay District conducted outreach on laws and legal instruments and provided mobile legal consultation services