ໃນວັນທີ່ 15/06/2026 ຢູ່ທີ່ຫ້ອງການບ້ານ ໜອງເມກ ເມືອງຄຳເກີດ ແຂວງບໍລິຄຳໄຊ ຄະນະ ທີມງານຈາກຫ້ອງການຍຸຕິທຳເມືອງຄຳເກີດ ໄດ້ລົງ ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ, ເຜີຍແຜ່ ດຳລັດ 77/ລບ ລົງວັນທີ່ 28 ກຸມພາ 2018 ວ່າ ດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍໂດຍບໍ່ເສຍ ຄ່າ ແລະ ຕັ້ງໂຕະໃຫ້ຄຳປຶກສາ ນໍາເອົາບາງກົດໝາຍ ເຊັນ: ກົດໝາຍອາຍາ, ປະມວນກົດໝາຍແພ່ງ, ກົດໝາຍບາງມາດຕາທີ່ກ້ອງຂ້ອງລົງເຊື່ອມຊື່ມໃຫ້ ປະຊາຊົນພາຍໃນບ້ານ ແລະ ການຈັດຕັ້ງບ້ານ ພາຍໃນບ້ານໜອງເມກ ໂດຍການປະທານຂອງ ທ່ານ ພານຄໍາຊົ່ງຊົວຢີ່ງ ຮອງຫົວໜ້າຫ້ອງການຍຸຕິທໍາ (ຜູ້ຊີ້ນໍາວຽກງານຍຸຕິທຳຮາກຖານ) ໃຫ້ກຽດ ເຂົ້າຮ່ວມໂດຍທ່ານ ພທ ສຸກັນ ສຸວັນນະໂຄດ ຄະນະປົກຄອງຕາແສງທົ່ງແສນອຸດົມ ມີອົງການ ຈັດຕັ້ງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມທັງໝົດ 62 ຄົນ, ຍີງ 22 ຄົນ.
ຈຸດປະສົງ: ໃນການລົງເຄື່ອນໄຫວໃນຄັ້ງນີ້ ແມ່ນເພື່ອໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ ແນວທາງນະໂຍບາຍຂອງພັກ-ລັດເພື່ອຍົກສູງສະຕິ ໃນການເຄົາລົບກົດໝາຍຫັນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍໃຫ້ມີ ຄວາມເຂັມງວດເຮັດໃຫ້ສັງຄົມມີຄວາມສະຫງົບ
ຜ່ານການໂຄສະນາເຜີຍແຜ່ກົດໝາຍ, ດຳລັດ 77/ລບ ເຫັນວ່າບັນດາພໍ່ແມ່ປະຊາຊົນທີ່ເຂົ້າຮ່ວມ ຮັບທັງແມ່ນມີຄວາມສົນໃຈ ແລະ ມີການປະກອບ ຄໍາຄິດຄໍາເຫັນຢ່າງມີຈະບວນການຟົດຟື້ນ.
ໃນຕອນທ້າຍຂອງພິທີ ທ່ານ ພທ ສຸກັນ ສຸວັນນະໂຄດ ຄະນະປົກຄອງຕາແສງທົ່ງແສນອຸດົມ ໄດ້ມີຄຳເຫັນຕໍ່ພິທີ ທ່ານໄດ້ເໜັ້ນໜັກເຖິງອົງການ ປົກຄອງບ້ານ, ພໍ່ແມ່ປະຊາຊົນເອົາໃຈໃສຈົ່ງມີສະຕິ ຕໍ່ບັນຫາບັນດາປະກົດການຫຍໍ້ທໍ້ທີ່ເກີດຂື້ນ ແລະ ພ້ອມກັນແກ້ໄຂບັນດາຂໍ້ຂັດແຍ່ງຕ່າງໆໃຫ້ພໍ່ແມ່ ປະຊາຊົນມີສະຕິໃນການສະໜອງຂໍ້ມູນຂ່າວສານ ຈຳແນກມິດສັດຕູ, ມີສະຕິໃນການດຳລົງຊິວິດໃນ ສັງຄົມດ້ວຍລະບຽບກົດໝາຍຢ່າງເຂັມງວດ.
The 2nd National Legal Aid Conference and the Official Launch of the Legal Aid Website
45-Day Legal Training Course Opens in Xaybouathong District, Khammouane Province
Thaphabat District Office of Justice conducted a public awareness and dissemination campaign on Decree No. 77/GOV
The Khammouane Provincial Department of Justice conducted a legal awareness and dissemination campaign on Decree No. 77/GOV
Justice Office of Xaychamphone District, Bolikhamsai Province, Conducts Public Outreach on Prime Minister's Decree No. 77/GOV and Provides Legal Consultation Services
The District Justice Office of Borikhan District, Bolikhamsai Province, conducts outreach on legal instruments and provides a mobile legal consultation desk