ການຊ່ວຍເຫຼືອທາງດ້ານກົດໝາຍ ຢູ່ ສປປ ລາວ

ມອບ-ຮັບ ອຸປະກອນໄອທີ ຈາກ ໂຄງການ ລາວ/037

25/05/2026
ມອບ-ຮັບ ອຸປະກອນໄອທີ ຈາກ ໂຄງການ ເສີມສ້າງລັດແຫ່ງກົດໝາຍ, ການເຂົ້າເຖິງຄວາມຍຸຕິທຳ ແລະ ການປົກຄອງທີ່ດີ ໃນ ສປປ ລາວ (ລາວ/037)

ໃນຕອນເຊົ້າຂອງວັນທີ 17 ກັນຍາ 2024, ທີ່ກະຊວງຍຸຕິທໍາ ໂຄງການ ເສີມສ້າງລັດແຫ່ງກົດໝາຍ, ການເຂົ້າເຖິງຄວາມຍຸຕິທຳ ແລະ ການປົກຄອງທີ່ດີ ໃນ ສປປ ລາວ (ລາວ/037) ຕາງໜ້າໂດຍ ທ່ານ ນາງ ດຣ. Lone Lindholt, ທີ່ປຶກສາອາວຸໂສຂະແໜງການໂຄງການ ໄດ້ມອບອຸປະກອນໄອທີຈໍານວນ 6 ລາຍການ ປະກອບມີ: 1). Portable Speaker ລໍາໂພງແບບພົບພາ, 2). Smartphone ໂທລະສັບ, 3). Notebook Computer ຄອມພິວເຕີໂນດບຸກ, 4). Projector ເຄື່ອງສາຍພາບ, 5). Printer ເຄື່ອງພິມ, 6). External Hardisk (USB) ເຄື່ອງເກັບກໍາບັນທຶກຂໍ້ມູນ, ອຸປະກອນໄອທີ ຈໍານວນນີ້ແມ່ນຈະມອບໃຫ້ແກ່ຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍທີ່ຢູ່ແຂວງ ແລະ ເມືອງເປົ້າໝາຍຂອງໂຄງການ ຊຶ່ງຕາງໜ້າຮັບໂດຍ ທ່ານ ປອ ຈອມຄຳ ບຸບຜາລີວັນ, ຫົວໜ້າກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທຳ ພ້ອມດ້ວຍພະນັກງານສອງຝ່າຍ ເຂົ້າຮ່ວມ.


ນະໂອກາດດັ່ງກ່າວ ທ່ານ ປອ ຈອມຄຳ ບຸບຜາລີວັນ, ຫົວໜ້າກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທຳ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຂອບໃຈຕໍ່ໂຄງການລາວ/037 ທີ່ໄດ້ຊ່ວຍເຫຼືອ ແລະ ຊຸກຍູ້ຕໍ່ວຽກງານຂອງຂະແໜງຍຸຕິທຳ ເວົ້າລວມ, ເວົ້າສະເພາະແມ່ນການຊ່ວຍເຫຼືອ ອຳນວຍຄວາມສະດວກພະນັກງານທີ່ໃຫ້ບໍລິການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ ຜູ້ທີ່ເຂົ້າມາໃຊ້ບໍລິການເຊັ່ນດຽວກັນ ພ້ອມທັງເປັນການສົ່ງເສີມການເຂົ້າເຖິງຄວາມຍຸຕິທຳຂອງປະຊາຊົນຢ່າງທົ່ວເຖິງ.

ຂ່າວສານ-ກິດຈະກໍາຫຼ້າສຸດ