ໃນວັນທີ 17 ກັນຍາ 2026 ທີ່ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມວຽກງານຊ່ວຍເຫຼືອດ້ານກົດໝາຍ ທົ່ວປະເທດ ຄັ້ງທີ 2 ຂຶ້ນຢ່າງເປັນທາງການ ພ້ອມທັງມີພິທີເປີດນຳໃຊ້ “ເວັບໄຊການຊ່ວຍເຫຼືອທາງດ້ານກົດໝາຍ” ເພື່ອເພີ່ມຊ່ອງທາງໃນການໃຫ້ຂໍ້ມູນ ແລະ ບໍລິການຊ່ວຍເຫຼືອດ້ານກົດໝາຍຜ່ານລະບົບອອນລາຍ.
ກອງປະຊຸມຄັ້ງນີ້ ດຳເນີນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ສີສຸດາ ໂສພາວັນດີ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ໂທມາສ ຣາມມາ ອຸປະທູດແຫ່ງຣາຊະອານາຈັກລຸກຊຳບວກ, ໂດຍມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ໃນກອງປະຊຸມທ່ານ ນາງ ສີສຸດາ ໂສພາວັນດີ ໄດ້ກ່າວວ່າ: "ວຽກງານຊ່ວຍເຫຼືອດ້ານກົດໝາຍ ແລະ ການໃຫ້ຄວາມຊ່ວຍເຫຼືອແບບອາສາສະໝັກ ຫຼື ໂຟຣ ໂບໂນ (Pro Bono) ເປັນວຽກງານສຳຄັນ ໃນການອຳນວຍໃຫ້ປະຊາຊົນສາມາດເຂົ້າເຖິງກົດໝາຍ ແລະ ຄວາມຍຸຕິທຳໄດ້ຢ່າງເທົ່າທຽມ".
ການບໍລິການຊ່ວຍເຫຼືອດ້ານກົດໝາຍ (ໃຫ້ຄຳປຶກສາໂດຍບໍ່ເສຍຄ່າ) ໄດ້ຖືກກຳນົດໄວ້ໃນກົດໝາຍວ່າດ້ວຍທະນາຍຄວາມ ແລະ ດຳລັດທີ່່ຽວຂ້ອງ, ຜ່ານການຈັດຕັ້ງປະຕິບັດໂດຍຂະແໜງຍຸຕິທຳ, ສະຫະພັນແມ່ຍິງລາວ ແລະ ສະພາທະນາຍຄວາມ ຜ່ານຫຼາຍຮູບແບບ ເຊັ່ນ: ການເຜີຍແຜ່ກົດໝາຍ ແລະ ໃຫ້ຄຳປຶກສາແບບເຄື່ອນທີ່ ແລະ ປະຈຳສະຖານທີ່. ການໃຫ້ບໍລິການແບບ Pro Bono ຂອງສະພາທະນາຍຄວາມ. ການຈັດພິມປຶ້ມຄູ່ມື, ແຜ່ນພັບ, ໂປສເຕີ, ວິດີໂອສັ້ນ ແລະ ການພັດທະນາເວັບໄຊ.
ໃນກອງປະຊຸມ, ຜູ້ແທນຍັງໄດ້ຮ່ວມກັນປຶກສາຫາລືເພື່ອພັດທະນາຄວາມຮູ້, ຍົກສູງຄວາມສາມາດຂອງບຸກຄະລາກອນ ແລະ ນຳໃຊ້ເຕັກໂນໂລຊີເຂົ້າມາຊ່ວຍໃຫ້ການບໍລິການມີຄວາມວ່ອງໄວ, ໂປ່ງໃສ ແລະ ເປັນທຳ.
ສຳລັບກອງປະຊຸມຄັ້ງນີ້ ບັນດາຜູ້ແທນຈະໄດ້ຮັບຟັງບົດນຳສະເໜີກ່ຽວກັບຫຼັກການ ແລະ ເນື້ອໃນສຳຄັນຂອງວຽກງານຊ່ວຍເຫຼືອດ້ານກົດໝາຍ, ພ້ອມທັງແລກປ່ຽນຄຳຄິດເຫັນ, ບົດຮຽນ ແລະ ປະສົບການຈາກການປະຕິບັດງານຕົວຈິງ ເພື່ອເປັນບ່ອນອີງໃນການພັດທະນາບຸກຄະລາກອນດ້ານກົດໝາຍ ແລະ ຮ່ວມກັນປັບປຸງການໃຫ້ບໍລິການຍຸຕິທຳໃຫ້ປະຊາຊົນ ສາມາດເຂົ້າເຖິງກົດໝາຍ ແລະ ຄວາມຍຸຕິທຳໄດ້ຢ່າງທົ່ວເຖິງ.
ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ຮ່ວມເປີດຕົວເວັບໄຊໃໝ່ “ເວັບໄຊການຊ່ວຍເຫຼືອດ້ານກົດໝາຍ” ເພື່ອການເຂົ້າເຖິງທີ່ງ່າຍຂຶ້ນ ເຊິ່ງໄດ້ຮັບການສະໜັບສະໜູນຈາກ ລັດຖະບານແຫ່ງຣາຊະອານາຈັກລຸກຊຳບວກ (ຜ່ານແຜນງານການສົ່ງເສີມລັດທີ່ປົກຄອງດ້ວຍກົດໝາຍ, ການເຂົ້າເຖິງຄວາມຍຸຕິທຳ ແລະ ການປົກຄອງທີ່ດີ) ເພື່ອອໍານວຍຄວາມສະດວກໃຫ້ປະຊາຊົນສາມາດເຂົ້າເຖິງຂໍ້ມູນ ແລະ ຂໍຄວາມຊ່ວຍເຫຼືອທາງກົດໝາຍໄດ້ສະດວກວ່ອງໄວຜ່ານລະບົບອອນລາຍ.
Gouvernement luxembourgeois
MAE, Luxembourg
Luxembourg Aid & Development
LuxDev - Luxembourg Development Cooperation Agency
University of Luxembourg
ILSTA Laos
ກອງປະຊຸມວຽກງານຊ່ວຍເຫຼືອດ້ານກົດໝາຍທົ່ວປະເທດ ຄັ້ງທີ 2 ພ້ອມເປີດຕົວ ເວັບໄຊການຊ່ວຍເຫຼືອດ້ານກົດໝາຍ ຢ່າງເປັນທາງການ
ເປີດການຮຽນກົດໝາຍ 45 ວັນທີ ເມືອງ ໄຊບົວທອງ, ແຂວງ ຄຳມ່ວນ
ຫ້ອງການຍຸຕິທຳເມືອງທ່າພະບາດໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ດຳລັດ 77/ລບ
ພະແນກຍຸຕິທໍາ ແຂວງ ຄໍາມ່ວນ ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ດໍາລັດ 77/ລບ
ຫ້ອງການຍຸຕິທໍາ ເມືອງ ໄຊຈໍາພອນ ແຂວງ ບໍລິຄໍາໄຊ ລົງເຄື່ອນໄຫວໂຄສະນາດໍາລັດ 77/ລບ ແລະ ຕັ່ງໂຕະໃຫ້ຄໍາປຶກສາທາງດາ້ນກົດໝາຍ
ຫ້ອງການຍຸຕິທຳ ເມືອງ ບໍລິຄັນ, ແຂວງ ບໍລິຄຳໄຊ ເຄື່ອນໄຫວໂຄສະນາເຜີຍແຜ່ນິຕິກຳກົດໝາຍ ແລະ ຕັ້ງໂຕະໃຫ້ຄໍາປຶກສາທາງດ້ານກົດໝາຍ