ໃນລະຫວ່າງວັນທີ 15-21 ມີຖຸນາ 2026 ຜ່ານມານີ້ ຫ້ອງການຍຸຕິທໍາ ເມືອງ ໄຊຈໍາພອນ ແຂວງ ບໍລິຄໍາໄຊ ໄດ້ລົງເຄື່ອນໄຫວຈັດກິດຈະກໍາໂຄສະນາເຜີຍແຜ່ດໍາລັດ 77/ລບ, ຕັ້ງໂຕະໃຫ້ຄໍາປຶກສາທາງດ້ານກົດໝາຍແບບເຄື່ອນທີໃຫ້ການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າໃນ 5 ບ້ານຄື: ບ້ານ ກັ່ວງ, ບ້ານ ຄໍາກູນາ, ບ້ານ ນາແຈງ, ບ້ານ ນໍ້າສັກ ແລະ ບ້ານ ວັງບານ ນໍາພາທີມໂດຍ ທ່ານ ລາຕີ ທິດປະສົງ ຫົວໜ້າຫ້ອງການຍຸຕິທໍາ ພ້ອມດ້ວຍທີມງານ ເຊິ່ງໃນນີ້ມີການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນ 5 ບ້ານເຂົ້າຮ່ວມທັງໝົດ 223ຄົນ, ຍີງ 86ຄົນ.
ຈຸດປະສົງໃນການລົງຈັດກິດຈະກໍາຄັ້ງນີ້ ແມ່ນເພື່ອເຮັດໃຫ້ການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ຈຸດປະສົງ, ເປົ້າໝາຍ, ຂັ້ນຕອນ, ວິທີການຂໍການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ກຸ່ມເປົ້າໝາຍທີ່ຈະໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍໂດຍບໍ່ເສັຍຄ່າ ແນໃສ່ເຮັດໃຫ້ກຸ່ມເປົ້າໝາຍ ແລະ ຜູ້ທີ່ບໍ່ມີຄວາມຮູ້ທາງດ້ານກົດໝາຍສາມາດເຂົ້າເຖິງຂະບວນຍຸຕິທໍາ ຮັບປະກັນການປົກປ້ອງສິດຜົນປະໂຫຍດອັນຊອບທໍາ, ຄວາມສະເໝີຂອງພົນລະເມືອງຕໍ່ໜ້າກົດໝາຍ ເຮັດໃຫ້ສັງຄົມມີຄວາມສະຫງົບ, ຍຸຕິທໍາ ແລະ ສີວິໄລ.
ຫ້ອງການຍຸຕິທໍາ ເມືອງ ໄຊຈໍາພອນ ແຂວງ ບໍລິຄໍາໄຊ ລົງເຄື່ອນໄຫວໂຄສະນາດໍາລັດ 77/ລບ ແລະ ຕັ່ງໂຕະໃຫ້ຄໍາປຶກສາທາງດາ້ນກົດໝາຍ
ຫ້ອງການຍຸຕິທຳ ເມືອງ ບໍລິຄັນ, ແຂວງ ບໍລິຄຳໄຊ ເຄື່ອນໄຫວໂຄສະນາເຜີຍແຜ່ນິຕິກຳກົດໝາຍ ແລະ ຕັ້ງໂຕະໃຫ້ຄໍາປຶກສາທາງດ້ານກົດໝາຍ
ຫ້ອງການຍຸຕິທຳ ເມືອງ ມະຫາໄຊ ໄດ້ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ, ນິຕິກຳ ແລະ ຕັ້ງໂຕະໃຫ້ຄຳປຶກສາທາງດ້ານກົດໝາຍ ແບບເຄື່ອນທີ່
ຫ້ອງການຍຸຕິທຳ ເມືອງ ມະຫາໄຊ ໄດ້ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳ.
ຫ້ອງການຍຸຕິທຳ ເມືອງ ມະຫາໄຊ ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳ
ພະແນກຍຸຕິທຳ ແຂວງ ຫຼວງນ້ຳທາ ລົງໂຄສະນາເຜີຍແຜ ດຳລັດ 77/ລບ