ໃນລະຫວ່າງວັນທີ 22-25 ມິຖຸນາ 2026 ຫ້ອງການຍຸຕິທຳ ເມືອງ ບໍລິຄັນ, ແຂວງ ບໍລິຄຳໄຊ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ນິຕິກຳກົດໝາຍ ແລະ ຕັ້ງໂຕະໃຫ້ຄຳປຶກສາທາງດ້ານກົດໝາຍແບບເຄື່ອນທີ່ ຢູ່ບັນດາບ້ານເປົ້າໝາຍ 4 ບ້ານ ຂອງຕາແສງ ນ້ຳເຫືອງ, ເມືອງ ບໍລິຄັນ, ແຂວງ ບໍລິຄຳໄຊ ພາຍໃຕ້ການນຳພາໂດຍ ທ່ານ ພອນຊົງ ເພຍເຊຍຕູກຳມະການພັກເມືອງ ຫົວໜ້າຫ້ອງການຍຸຕິທຳເມືອງ ພ້ອມດ້ວຍຄະນະຮັບຜິດຊອບຂັ້ນເມືອງ, ອຳນາດການປົກຄອງບ້ານ ແລະ ປະຊາຊົນພາຍໃນ 4 ບ້ານເປົ້າເຂົ້າຮ່ວມທັງໝົດ 175 ທ່ານ, ຍິງ 77
ຈຸດປະສົງຂອງການລົງເຄື່ອນໄຫວໃນຄັ້ງນີ້ ກໍ່ເພື່ອນໍາເອົາເນື້ອໃນຈິດໃຈຂອງນິຕິກົດໝາຍ ທີ່ປະກາດໃຊ້ໃນແຕ່ລະໄລຍະ ແລະ ນຳເອົາດຳລັດເລກທີ່ 77/ລບ ລົງເຜີຍແຜ່ໃຫ້ກັບອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນໄດ້ຮັບຮູ້, ເຂົ້າໃຈ, ເຂົ້າເຖິງຂະບວນການດ້ານກົດໝາຍໄດ້ຫຼາຍຂຶ້ນກວ່າເກົ່າ ແລະ ທັງເປັນການສ້າງສະຕິເຄົາລົບກົດໝາຍ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ, ຍົກສູງປະສິດທິພາບໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍ ໃຫ້ເຂັ້ມງວດ, ເຮັດໃຫ້ສັງຄົມມີຄວາມສະຫງົບ, ສີວິໄລ ແລະ ຍຸຕິທຳ. ບັນດານິຕິກຳກົດໝາຍທີ່ນຳມາເຜີຍແຜ່ໃນຄັ້ງນີ້ ປະກອບມີ ບາງມາດຕາຂອງປະມວນກົດໝາຍອາຍາ, ປະມວນກົດໝາຍແພ່ງແລະ ແລະ ດຳລັດ ສະບັບເລກທີ່ 77/ລບ, ລົງວັນທີ 28 ກຸມພາ 2018 ວ່າດ້ວຍການຊ່ວຍເຫຼື່ອທາງດ້ານກົດໝາຍ, ແລະ ຕັ້ງໂຕະໃຫ້ຄໍາປຶກສາທາດ້ານກົດໝາຍ. ຜ່ານໄລຍະການດຳເນີນກິດຈະກຳເຫັນວ່າ ບັນດາຜູ້ເຂົ້າຮ່ວມ ໃຫ້ຄວາມສົນໃຈ ແລະ ຍົກບັນຫາຂຶ້ນມາສົນທະນາແລກປ່ຽນບົດຮຽນ, ປະກອບຄໍາຄິດ-ຄໍາເຫັນ ຢ່າງກົງໄປ-ກົງມາເຮັດໃຫ້ມີບັນຍາກາດຟົດຟື້ນ ໃນໂອກາດດຽວກັນນັ້ນ, ຄະນະຮັບຜິດຊອບຂັ້ນເມືອງຍັງໄດ້ແຈກຢາຍ ແລະ ມອບປື້ມກົດໝາຍ, ໂພສເຕີ ນ້ອຍ-ໃຫຍ່ ກ່ຽວກັບການໃຫ້ຄຳປຶກສາດ້ານກົດໝາຍຈໍານວນໜຶ່ງໃຫ້ແກ່ບ້ານອີກດ້ວຍ.
ຕອນທ້າຍ ປະທານກອງປະຊຸມ ໄດ້ມີຄໍາເຫັນບາງບັນຫາທີ່ສຳຄັນ ທ່ານໄດ້ເນັ້ນໜັກໃຫ້ການຈັດຕັ້ງບ້ານ, ພໍ່ແມ່ປະຊາຊົນພາຍໃນບ້ານທີ່ໄດ້ຮັບຟັງການເຜີຍແຜ່ນິຕິກຳກົດໝາຍໃນຄັ້ງນີ້ ຈົ່ງພ້ອມກັນມີສະຕິລະວັງຕົວ, ຕື່ນຕົວ, ກະຕືລືລົ້ນຕໍ່ວຽກງານດ້ານລະບຽບກົດໝາຍໂດຍນຳເອົາເນື້ອໃນຂອງ ນິຕິກຳກົດໝາຍ ທີ່ໄດ້ຮັບຟັງໄປນັ້ນ ໃຫ້ນຳໄປຈັດຕັ້ງປະຕິບັດຜັນຂະຫຍາຍ, ໜູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງຢ່າງເຂັ້ມງວດ ເຮັດໃຫ້ສັງຄົມມີຄວາມສະຫງົບ, ຍຸຕິທໍາ, ສີວິໄລ ແລະ ກ່າວໄປສູ່ ລັດແຫ່ງ ສປປ ລາວ ທີ່ປົກຄອງດ້ວຍກົດໝາຍເທື່ອລະກ້າວ.
ຂ່າວ-ພາບ : ບຸນຄ້ຳ ເພັດມະນີ
ຫ້ອງການຍຸຕິທຳ ເມືອງ ບໍລິຄັນ, ແຂວງ ບໍລິຄຳໄຊ ເຄື່ອນໄຫວໂຄສະນາເຜີຍແຜ່ນິຕິກຳກົດໝາຍ ແລະ ຕັ້ງໂຕະໃຫ້ຄໍາປຶກສາທາງດ້ານກົດໝາຍ
ຫ້ອງການຍຸຕິທຳ ເມືອງ ມະຫາໄຊ ໄດ້ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ, ນິຕິກຳ ແລະ ຕັ້ງໂຕະໃຫ້ຄຳປຶກສາທາງດ້ານກົດໝາຍ ແບບເຄື່ອນທີ່
ຫ້ອງການຍຸຕິທຳ ເມືອງ ມະຫາໄຊ ໄດ້ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳ.
ຫ້ອງການຍຸຕິທຳ ເມືອງ ມະຫາໄຊ ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳ
ພະແນກຍຸຕິທຳ ແຂວງ ຫຼວງນ້ຳທາ ລົງໂຄສະນາເຜີຍແຜ ດຳລັດ 77/ລບ
ພະແນກຍຸຕິທຳແຂວງ ແລະ ຫ້ອງການຍຸຕິທຳເມືອງຜາອຸດົມ ຈັດຝຶກອົບຮົມວຽກງານໄກ່ເກັ່ຍ