ການຊ່ວຍເຫຼືອທາງດ້ານກົດໝາຍ ຢູ່ ສປປ ລາວ

ການຕັ້ງໂຕະໂຄສະນາໃຫ້ຄຳປຶກສາທາງດ້ານກົດໝາຍ

25/05/2026
ສົ່ງເສີມຄວາມຍຸຕິທຳ: ການຕັ້ງໂຕ໊ະໂຄສະນາໃຫ້ຄຳປຶກສາທາງດ້ານກົດໝາຍ ເຂົ້າເຖິງປະຊາຊົນຫຼາຍກວ່າ 11,000 ຄົນໃນເຂດຊົນນະບົດຂອງ ສປປ ລາວ

ການເຂົ້າເຖິງຄວາມຍຸຕິທຳແມ່ນ ສິດທິພື້ນຖານຂອງທຸກໆຄົນ, ແຕ່ປະຊາຊົນຈຳນວນຫຼາຍ ທີ່ອາໄສຢູ່ໃນເຂດ ຫ່າງໄກສອກຫຼີກຂອງ ສປປ ລາວ, ຍັງບໍ່ເຂົ້າເຖິງການຊ່ວຍເຫຼືອທາງດ້ານກົດໝາຍ ເຖິງແມ່ນວ່າຈະມີດຳລັດວ່າດ້ວຍການຊ່ວຍເຫຼືອດ້ານກົດໝາຍຢູ່ ແຕ່ທາງກະຊວງຍຸຕິທຳ, ພະແນກຍຸຕິທຳ ແລະ ຫ້ອງການຍຸຕິທຳເມືອງ ຍັງມີຄວາມຈຳກັດທາງດ້ານຊັບພະຍາກອນ ແລະ ງົບປະມານ ໃນການລົງເຜີຍແຜ່ໂຄສະນາການຊ່ວຍເຫຼືອທາງດ້ານກົດໝາຍ ໃຫ້ແກ່ປະຊາຊົນ. ດັ່ງນັ້ນ, ປະຊາຊົນຈຳນວນຫຼາຍໂດຍສະເພາະເຂດຫ່າງໄກສອກຫຼີກ ຍັງບໍ່ຮູ້ສິດທິຂອງຕົນເອງ ໃນການເຂົ້າເຖິງການຊ່ວຍເຫຼືອທາງດ້ານກົດໝາຍໂດຍບໍ່ມີຄ່າໃຊ້ຈ່າຍ ພາຍໃຕ້ດຳລັດວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ.


ເພື່ອສົ່ງເສີມວຽກງານຍຸຕິທຳ, ແຜນງານການສ້າງລັດແຫ່ງກົດໝາຍ, ການເຂົ້າເຖິງຄວາມຍຸຕິທຳ, ແລະ ການປົກຄອງທີ່ດີ (ລາວ/037). ເຊິ່່ງຈັດຕັ້ງປະຕິບັດໂດຍ ອົງການ LuxDev, ຮ່ວມກັບກະຊວງຍຸຕິທຳ, ໄດ້ດຳເນີນບາດກ້າວທີ່ສຳຄັນເພື່ອນຳເອົາຄວາມຍຸຕິທຳໄປສູ່ປະຊາຊົນໂດຍກົງ. ຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ 32 ແຫ່ງໃນ 5 ແຂວງ ເຊິ່ງມີ: ບໍ່ແກ້ວ, ຫຼວງນໍ້າທາ, ແຂວງວຽງຈັນ, ບໍລິຄໍາໄຊ, ແລະ ຄຳມ່ວນ ໄດ້ຮັບການເສີມສ້າງຄວາມເຂັ້ມແຂງ ໃນການຕັ້ງໂຕ໊ະໃຫ້ຄຳປຶກສາທາງດ້ານກົດໝາຍ ແບບເຄື່ອນທີ່ໃຫ້ປະຊາຊົນ. ນັບແຕ່ເດືອນມັງກອນ 2025, ການລົງຕັ້ງໂຕ໊ະໃຫ້ຄຳປຶກສາທາງດ້ານກົດໝາຍເຄື່ອນທີ່ ຈຳນວນ 166 ບ້ານ ໃນ 32 ເມືອງ, ໂດຍເຂົ້າເຖິງປະຊາຊົນຫຼາຍກວ່າ 11,000 ຄົນ.


ທ່ານ ນາງ ລົດຈະນາ ເຂັມທອງ, ຫົວໜ້າພະແນກບໍລິການໃຫ້ຄຳປຶກສາ ແລະ ຊ່ວຍເຫຼືອທາງດ້ານກົດໝາຍ ກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທຳ, ກະຊວງຍຸຕິທຳ ໄດ້ກ່າວວ່າ: “ການເຂົ້າເຖິງການຊ່ວຍເຫຼືອທາງດ້ານກົດໝາຍ ບໍ່ເປັນພຽງແຕ່ການບໍລິການຊ່ວຍເຫຼືອທາງດ້ານກົດໝາຍເທົ່ານັ້ນ ແຕ່ຍັງໃຫ້ໂອກາດແກ່ກຸ່ມຄົນທີ່ດ້ອຍໂອກາດ ໃນການເຂົ້າເຖິງການຊ່ວຍເຫຼືອດັ່ງກ່າວ. ຖ້າບໍ່ມີການສະໜັບສະໜູນດ້ານງົບປະມານທີ່ພຽງພໍ ສຳລັບການລົງໂຄສະນາເຜີຍແຜ່ ແລະ ຕັ້ງໂຕະໃຫ້ຄຳປຶກສາແບບເຄື່ອນທີ່ ແລະ ປະຊາຊົນເອງຍັງບໍ່ຮູ້ສິດທິຂອງຕົນ ແລະ ບໍ່ຮູ້ນຳໃຊ້ສິດຂອງຕົນເອງ. ສິ່ງທີ່ກ່າວມານີ້ເປັນການລິເລີ່ມທີ່ຈະຊ່ວຍໃຫ້ປະຊາຊົນ ເຂົ້າເຖິງຄວາມຍຸຕິທຳ”


ການລົງຕັ້ງໂຕະໃຫ້ປຶກສາທາງດ້ານກົດໝາຍ,ພະນັກງານຊ່ວຍເຫຼືອດ້ານກົດໝາຍ ໄດ້ໃຫ້ຄຳປຶກສາດ້ານກົດໝາຍ ໂດຍບໍ່ໄດ້ເສຍຄ່າ ໃຫ້ແກ່ປະຊາຊົນ ພ້ອມທັງໃຫ້ຄຳແນະນຳໃນພາກປະຕິບັດຕົວຈິງ ກ່ຽວກັບການແກ້ໄຂຂໍ້ຂັດແຍ່ງ ແລະ ໃຫ້ຄວາມຮູ້ແກ່ປະຊາຊົນກ່ຽວກັບ ສິດທິທາງກົດໝາຍ ແລະ ລະບົບຍຸຕິທຳ. ນອກເໜືອຈາກການແກ້ໄຂຄະດີສ່ວນບຸກຄົນແລ້ວ, ການຕັ້ງໂຕ໊ະໃຫ້ຄຳປຶກສາທາງດ້ານກົດໝາຍແບບເຄື່ອນທີ່ ຍັງສ້າງຄວາມໄວ້ວາງໃຈຕໍ່ສະຖາບັນຍຸຕິທຳ, ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ແລະ ເຮັດໃຫ້ປະຊາຊົນເຂົ້າໃຈ ກົດໝາຍສາມາດເປັນເຄື່ອງມື ທີ່ສາມາດປົກປ້ອງຄຸ້ມຄອງໄດ້, ບໍ່ພຽງແຕ່ເປັນເຄື່ອງມືຂອງເຈົ້າໜ້າທີ່ເທົ່ານັ້ນ.


ການລິເລີ່ມນີ້ແມ່ນການສະແດງໃຫ້ເຫັນເຖິງ ຄຳໝັ້ນສັນຍາຂອງກະຊວງຍຸຕິທຳ, ທີ່ໄດ້ຮັບການສະໜັບສະໜູນຈາກ ແຜນງານ/037-LuxDev, ເພື່ອຂະຫຍາຍສົ່ງເສີມການຊ່ວຍເຫຼືອດ້ານກົດໝາຍໃນທົ່ວປະເທດ. ພ້ອມກັນນັ້ນ ຍັງເປັນບາດກ້າວທີ່ສຳຄັນ ເພື່ອຮັບປະກັນວ່າບໍ່ມີໃຜຖືກປະຖິ້ມໄວ້ຂ້າງຫຼັງ ໃນການເຂົ້າເຖິງຄວາມຍຸຕິທຳໃນ ສປປ ລາວ. ພວກເຮົາຮ່ວມມືກັນ, ຄວາມຍຸຕິທຳຈະບໍ່ໄດ້ຢູ່ຫ່າງໄກອີກຕໍ່ໄປ ແຕ່ກຳລັງເຄື່ອນຍ້າຍເຂົ້າເຖິງປະຊາຊົນ, ໃນແຕ່ລະບ້ານ, ແຕ່ລະຄອບຄົວ, ເຂົ້າເຖິງຄວາມຍຸຕິທຳ ໃຫ້ຫຼາຍໃຫ້ຂື້ນເທື່ອລະບາດກ້າວ.

ຂ່າວສານ-ກິດຈະກໍາຫຼ້າສຸດ