ການຊ່ວຍເຫຼືອທາງດ້ານກົດໝາຍ ຢູ່ ສປປ ລາວ

ການຝືກອົບຮົມວຽກງານການຊ່ວຍເຫຼືອທາງກົດໝາຍ

09/06/2026
ສົ່ງເສີມຄວາມຍຸຕິທຳ: ບັນດາຄູຝືກດ້ານວຽກງານຊ່ວຍເຫຼືອທາງດ້ານກົດໝາຍ ໄດ້ຍົກສູງຄວາມຮູ້ຄວາມສາມາດ ເພື່ອຜັນຂະຫຍາຍສົ່ງເສີມວຽກງານຊ່ວຍເຫຼືອທາງດ້ານກົດໝາຍ ໃນທົ່ວປະເທດ

ເພື່ອເປັນບາດກ້າວທີ່ສຳຄັນຕໍ່ການສົ່ງເສີມການເຂົ້າເຖິງຄວາມຍຸຕິທຳ, ແຜນງານ ເສີມສ້າງລັດແຫ່ງກົດໝາຍ, ການເຂົ້າເຖິງຄວາມຍຸດຕິທໍາ ແລະ ການປົກຄອງທີ່ດີ (ROLAG), ສະໜັບສະໜຸນທຶນໂດຍ ຣາຊະອານາຈັກ ລຸກຊຳບວກ ໄດ້ສະໜັບສະໜຸນ ກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທຳ, ກະຊວງຍຸຕິທຳ ໃນການຈັດຝືກອົບຮົມ ToT ວຽກງານການຊ່ວຍເຫຼືອທາງກົດໝາຍ ໃນລະຫວ່າງວັນທີ 28 ເດືອນ ກໍລະກົດ ຫາ 01 ສິງຫາ 2025, ທີ່ແຂວງວຽງຈັນ.


ກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທຳ, ກະຊວງຍຸຕິທຳ ໄດ້ສ້າງຕັ້ງ ແລະ ຄຸ້ມຄອງບໍລິຫານ ຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍໃນທຸກໆແຂວງ ເຊິ່ງໄດ້ມີຄວາມຄືບໜ້າໃນການ ສົ່ງເສີມຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ ເພື່ອໃຫ້ບໍລິການຊ່ວຍເຫຼືອທາງກົດໝາຍໂດຍບໍ່ເສຍຄ່າ. ເພື່ອຮັບປະກັນຄຸນນະພາບການຝືກອົບຮົມ ໃຫ້ແກ່ພະນັກງານຊ່ວຍເຫຼືອທາງກົດໝາຍ ແມ່ນຍັງພົບຄວາມທ້າທ້າຍ ໂດຍສະເພາະໃນການເຂົ້າເຖິງເຂດຊຸມຊົນທີ່ຫ່າງໄກສອກຫຼີກ.


ການເຝິກອົບຮົມຄູຝືກ ໄດ້ແນ່ໃສ່ການສ້າງຄວາມອາດສາມາດ ຂອງຄູຝືກໃຫມ່ ພ້ອມທັງບັນດາຄູຝືກຜູ້ເກົ່າ ໃນຫົົວຂໍ້ທີ່ສຳຄັນເຊັ່ນ: ຄວາມສະເໝີພາບລະຫວ່າງ ຍິງ-ຊາຍ, ຄວາມຮຸນແຮງທາງເພດ (GBV), ການຄ້າມະນຸດ, ການບໍລິການໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ການຄຸ້ມຄອງຄະດີ. ນອກຈາກການຝືກອົບຮົມທາງເຕັກນິກແລ້ວ ຍັງເປັນແຜນຈັດຕັ້ງປະຕິບັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ຄູຝືກ ຍຶດໝັ້ນຕໍ່ຄວາມຍຸຕິທຳ, ປົກປ້ອງຄຸ້ມຄອງກຸ່ມຄົນທີ່ມີຄວາມສ່ຽງ ແລະ ເປັນຕົວແທນໃຫ້ແກ່ກຸ່ມຄົນທີ່ດ້ອຍໂອກາດ.


ພາຍຫຼັງການສໍາເລັດການເຝິກອົບຮົມ, ບັນດາຝຶກຈະສືບຕໍ່ຝືກອົບຮົມໃຫ້ແກ່ ບັນດາພະນັກງານຊ່ວຍເຫຼືອທາງກົດໝາຍ ຢູ່ ບັນດາເມືອງ ແລະ ແຂວງເປົ້າໝາຍຂອງແຜນງານ ROLAG, ໃນການສົ່ງເສີມການຊ່ວຍເຫຼືອທາງດ້ານກົດໝາຍ ໃຫ້ມີທັກສະ ແລະ ຄວາມຍືນຍົງ. ການລິເລີ່ມນີ້ເປັນການລົງທຶນທີ່ສໍາຄັນ ເພື່ອຮັບປະກັນການຊ່ວຍເຫຼືອທາງດ້ານກົດໝາຍໃນ ສປປ ລາວ ສາມາດເຂົ້າເຖິງໄດ້, ມີປະສິດທິພາບ ແລະ ຕອບສະໜອງຕໍ່ຄວາມຕ້ອງການຂອງປະຊາຊົນ ໂດຍສະເພາະຜູ້ທີ່ດ້ອຍໂອກາດ ແລະ ຜູ້ທີ່ຍັງບໍ່ໄດ້ຮັບການບໍລິການຢ່າງທົ່ວເຖິງ.

ຂ່າວສານ-ກິດຈະກໍາຫຼ້າສຸດ