ໃນວັນທີ 18 ມີນາ 2026 ທີ່ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມຄະນະຊີ້ນໍາຄັ້ງທີ 4 ແຜນງານລາວ/037-ເສີມສ້າງລັດແຫ່ງກົດໝາຍ, ການເຂົ້າເຖິງຄວາມຍຸຕິທໍາ ແລະ ການປົກຄອງທີ່ດີ (ROLAG) ຂຶ້ນ, ໂດຍການເປັນປະ ທານຮ່ວມຂອງທ່ານ ຮສ ປອ ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ໂທມັສ ລາມມາ, ອຸປະທູດລຸກຊໍາບວກປະຈໍາ ສປປ ລາວ; ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ໂດຍມີ ທ່ານ ເກດສະໜາ ພົມມະຈັນ ອາດີດຮອງລັດຖະມົນຕີ ກະຊວງຍຸຕິທໍາ, ມີຜູ້ຕາງໜ້າຈາກກະຊວງຍຸຕິທໍາ, ສະຖາບັນການສຶກສາ, ບັນດາແຂວງເປົ້າໝາຍຂອງແຜນງານ ເຂົ້າຮ່ວມ.
ໃນປີຜ່ານມາ ແຜນງານການເສີມສ້າງລັດທີ່ປົກຄອງດ້ວຍກົດໝາຍ ການເຂົ້າເຖິງຄວາມຍຸຕິທໍາ ແລະ ການປົກ ຄອງທີດີ ໄດ້ບັນລຸໝາກຜົນທີສໍາຄັນໃນຫຼາຍດ້ານ ຄື: ການເສີມສ້າງສະຖາບັນ ໄດ້ມີການຝຶກອົບຮົມ ແລະ ສະໜັບສະໜູນດ້ານນະໂຍບາຍໃຫ້ແກ່ສະຖາບັນຍຸຕິທໍາຕ່າງໆ ເພື່ອເພີມທັກສະດ້ານຈັນດາບັນ ແລະ ການສືບສວນທາງດ້ານເງິນ ການເຂົ້າເຖິງຄວາມຍຸຕິທໍາ ໄດ້ປັບປຸງຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ ຈໍານວນ 19 ຫ້ອງ ແລະ ຈັດຕັ້ງການລົງຕັ້ງໂຕະໃຫ້ຄໍາປຶກສາທາງດ້ານກົດໝາຍໃນແບບເຄືອນທີ່ ເຊິງສາມາດເຂົ້າເຖິງ ແລະ ຊ່ວຍເຫຼືອປະຊາຊົນໄດ້ຫຼາຍກວ່າ 11.000 ຄົນ (ສິບເອັດພັນຄົນ), ໃນການໄກ່ເກຍຂັ້ນຮາກຖານ ກໍໄດ້ເພີມຄວາມສາມາດໃຫ້ແກ່ໜ່ວຍງານໄກ່ເກຍບ້ານ ໃຫ້ມີຄວາມເຂັ້ມແຂງ ເພືອເຊືອມໂຍງເຂົ້າສູ່ຂະແໜງຍຸຕິທໍາຢ່າງເປັນທາງການ, ດ້ານການສຶກສາ ໄດ້ປັບປຸງການສຶກສາທາງດ້ານກົດໝາຍຢູ່ມະຫາວິທະຍາໄລແຫ່ງຊາດລາວ ໃຫ້ມີຄວາມທັນສະໄໝ ແລະ ສອດຄ່ອງກັບມາດຕະຖານສາກົນ.
ກອງປະຊຸມໄດ້ເຫັນດີຮັບຮອງເອົາແຜນການປະຕິບັດປີ 2026 ໃໝ່, ໂດຍມີຈຸດເນັ້ນໜັກ ຄື: ການຕ້ານການຟອກເງິນ, ຮັບຮອງການເພີມງົບປະມານ ເພືອສະໜັບສະໜູນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍການຮ້າຍ; ໃນການປົກຄອງທີດີໄດ້ສືບຕໍ່ສົ່ງເສີມຄວາມໂປງໃສ ແລະ ປະສິດຕິພາບໃນການບໍລິຫານລັດ ທ່ານ ໂທມັສ ລາມມາ ໄດ້ຢືນຢັນຄໍາໝັ້ນສັນຍາ ຂອງລຸກຊໍາບວກໃນການເປັນຄູ່ຮ່ວມມືທີຍາວໄກ ເພືອຊ່ວຍໃຫ້ ສປປ ລາວ ກ້າວໄປສູ່ ການເປັນລັດທີປົກຄອງດ້ວຍກົດໝາຍຢ່າງແທ້ຈິງ ເນັ້ນການພັດທະນາແບບມີສ່ວນຮ່ວມ ແລະ ຍືນຍົງ.
ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ມີພິທີເຊັນອະນຸມັດແຜນງານ ບົດລາຍງານຄວາມຄືບໜ້າຂອງປີ 2025 ແຜນຈັດຕັ້ງປະຕິບັດປີ 2026 ແລະ ອະນຸມັດແຜນດໍາເນີນງານຈາກການປັບປຸງ TFD ອີກດ້ວຍ.
ເປີດການຮຽນກົດໝາຍ 45 ວັນທີ ເມືອງ ໄຊບົວທອງ, ແຂວງ ຄຳມ່ວນ
ຫ້ອງການຍຸຕິທຳເມືອງທ່າພະບາດໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ດຳລັດ 77/ລບ
ພະແນກຍຸຕິທໍາ ແຂວງ ຄໍາມ່ວນ ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ດໍາລັດ 77/ລບ
ຫ້ອງການຍຸຕິທໍາ ເມືອງ ໄຊຈໍາພອນ ແຂວງ ບໍລິຄໍາໄຊ ລົງເຄື່ອນໄຫວໂຄສະນາດໍາລັດ 77/ລບ ແລະ ຕັ່ງໂຕະໃຫ້ຄໍາປຶກສາທາງດາ້ນກົດໝາຍ
ຫ້ອງການຍຸຕິທຳ ເມືອງ ບໍລິຄັນ, ແຂວງ ບໍລິຄຳໄຊ ເຄື່ອນໄຫວໂຄສະນາເຜີຍແຜ່ນິຕິກຳກົດໝາຍ ແລະ ຕັ້ງໂຕະໃຫ້ຄໍາປຶກສາທາງດ້ານກົດໝາຍ
ຫ້ອງການຍຸຕິທຳ ເມືອງ ມະຫາໄຊ ໄດ້ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ, ນິຕິກຳ ແລະ ຕັ້ງໂຕະໃຫ້ຄຳປຶກສາທາງດ້ານກົດໝາຍ ແບບເຄື່ອນທີ່