ໃນວັນທີ: 17 ມິຖຸນາ 2026, ໄດ້ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳ ຢູ່ທີ່ ບ້ານ ແຕງ, ເມືອງ ມະຫາໄຊ, ແຂວງ ຄໍາມ່ວນ.
ນຳພາການເຄື່ອນໄຫວໃນຄັ້ງນີ້ ໂດຍ ທ່ານ ຄຳສະຖິດ ພົມມະດີ, ຫົວໜ້າຫ້ອງການຍຸຕິທຳເມືອງມະຫາໄຊ, ພ້ອມດ້ວຍພະນັກງານພາຍໃນຫ້ອງການດັ່ງກ່າວ ແລະ ມີຄະນະກຳມະການປົກຄອງ ຕາແສງ ໂພນເມືອງ ເຂົ້າຮ່ວມ
ກົດໝາຍ ແລະ ນິຕິກຳ ທີ່ນຳໄປເຜີຍແຜ່ ໃຫ້ແກ່ປະຊາຊົນບ້ານດັ່ງກ່າວ ໃນຄັ້ງນີ້ ມີ:
- ປະມວນກົດໝາຍແພ່ງ, ເລກທີ່ 55 /ສພຊ, ລົງວັນທີ: 06 ທັນວາ 2018
- ວຽກງານທະບຽນສານ ແລະ ວຽກງານທະບຽນຄອບຄົວ
- ໜ້າທີ່ ແລະ ພາລະບົດບາດ ຂອງຫ້ອງການຍຸຕິທຳເມືອງ ມະຫາໄຊ
- ດຳລັດ ວ່າດ້ວຍ ການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ສະບັບເລກທີ່: 626 /ລບ, ລົງວັນທີ: 22 ຕຸລາ 2021
- ດຳລັດ ວ່າດ້ວຍ ການຊ່ວຍເຫຼືອທາງດ້ານກົດໝາຍ, ສະບັບເລກທີ່: 77/ລບ, ລົງວັນທີ: 28 ກຸມພາ 2018
ແລະ ການຕັ້ງໂຕະຊ່ວຍເຫຼືອທາງດ້ານກົດໝາຍ ແບບເຄື່ອນທີ່
ເປີດການຮຽນກົດໝາຍ 45 ວັນທີ ເມືອງ ໄຊບົວທອງ, ແຂວງ ຄຳມ່ວນ
ຫ້ອງການຍຸຕິທຳເມືອງທ່າພະບາດໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ດຳລັດ 77/ລບ
ພະແນກຍຸຕິທໍາ ແຂວງ ຄໍາມ່ວນ ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ດໍາລັດ 77/ລບ
ຫ້ອງການຍຸຕິທໍາ ເມືອງ ໄຊຈໍາພອນ ແຂວງ ບໍລິຄໍາໄຊ ລົງເຄື່ອນໄຫວໂຄສະນາດໍາລັດ 77/ລບ ແລະ ຕັ່ງໂຕະໃຫ້ຄໍາປຶກສາທາງດາ້ນກົດໝາຍ
ຫ້ອງການຍຸຕິທຳ ເມືອງ ບໍລິຄັນ, ແຂວງ ບໍລິຄຳໄຊ ເຄື່ອນໄຫວໂຄສະນາເຜີຍແຜ່ນິຕິກຳກົດໝາຍ ແລະ ຕັ້ງໂຕະໃຫ້ຄໍາປຶກສາທາງດ້ານກົດໝາຍ
ຫ້ອງການຍຸຕິທຳ ເມືອງ ມະຫາໄຊ ໄດ້ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ, ນິຕິກຳ ແລະ ຕັ້ງໂຕະໃຫ້ຄຳປຶກສາທາງດ້ານກົດໝາຍ ແບບເຄື່ອນທີ່