ໃນວັນທີ: 25 ມິຖຸນາ 2026, ໄດ້ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳ.
ຢູ່ທີ່ ບ້ານ ນາຜາແກ້ວ, ເມືອງ ມະຫາໄຊ, ແຂວງ ຄໍາມ່ວນ
ນຳພາການເຄື່ອນໄຫວໃນຄັ້ງນີ້ ໂດຍ ທ່ານ ຄຳສະຖິດ ພົມມະດີ, ຫົວໜ້າຫ້ອງການຍຸຕິທຳເມືອງມະຫາໄຊ, ພ້ອມດ້ວຍພະນັກງານ,ຫົວໜ້າໜ່ວຍງານ ພາຍໃນຫ້ອງການດັ່ງກ່າວ ແລະ ມີຄະນະກຳມະການປົກຄອງຕາແສງໂພນເມືອງ ເຂົ້າຮ່ວມ
ກົດໝາຍ ແລະ ນິຕິກຳ ທີ່ນຳໄປເຜີຍແຜ່ ໃຫ້ແກ່ປະຊາຊົນບ້ານດັ່ງກ່າວ ໃນຄັ້ງນີ້ ມີ:
- ປະມວນກົດໝາຍແພ່ງ, ເລກທີ່ 55 /ສພຊ, ລົງວັນທີ: 06 ທັນວາ 2018;
- ວຽກງານທະບຽນສານ ແລະ ວຽກງານທະບຽນຄອບຄົວ;
- ໜ້າທີ່ ແລະ ພາລະບົດບາດ ຂອງຫ້ອງການຍຸຕິທຳເມືອງມະຫາໄຊ;
- ດຳລັດ ວ່າດ້ວຍ ການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ສະບັບເລກທີ່: 626 /ລບ, ລົງວັນທີ: 22 ຕຸລາ 2021 ;
- ດຳລັດ ວ່າດ້ວຍ ການຊ່ວຍເຫຼືອທາງດ້ານກົດໝາຍ, ສະບັບເລກທີ່: 77/ລບ, ລົງວັນທີ: 28 ກຸມພາ 2018 ;
ແລະ ການຕັ້ງໂຕະຊ່ວຍເຫຼືອທາງດ້ານກົດໝາຍ ແບບເຄື່ອນທີ່
ຫ້ອງການຍຸຕິທຳເມືອງທ່າພະບາດໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ດຳລັດ 77/ລບ
ພະແນກຍຸຕິທໍາ ແຂວງ ຄໍາມ່ວນ ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ດໍາລັດ 77/ລບ
ຫ້ອງການຍຸຕິທໍາ ເມືອງ ໄຊຈໍາພອນ ແຂວງ ບໍລິຄໍາໄຊ ລົງເຄື່ອນໄຫວໂຄສະນາດໍາລັດ 77/ລບ ແລະ ຕັ່ງໂຕະໃຫ້ຄໍາປຶກສາທາງດາ້ນກົດໝາຍ
ຫ້ອງການຍຸຕິທຳ ເມືອງ ບໍລິຄັນ, ແຂວງ ບໍລິຄຳໄຊ ເຄື່ອນໄຫວໂຄສະນາເຜີຍແຜ່ນິຕິກຳກົດໝາຍ ແລະ ຕັ້ງໂຕະໃຫ້ຄໍາປຶກສາທາງດ້ານກົດໝາຍ
ຫ້ອງການຍຸຕິທຳ ເມືອງ ມະຫາໄຊ ໄດ້ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ, ນິຕິກຳ ແລະ ຕັ້ງໂຕະໃຫ້ຄຳປຶກສາທາງດ້ານກົດໝາຍ ແບບເຄື່ອນທີ່
ຫ້ອງການຍຸຕິທຳ ເມືອງ ມະຫາໄຊ ໄດ້ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳ.