ໃນລະຫວ່າງ ວັນທີ: 09-25 ມິຖຸນາ 2026, ຫ້ອງການຍຸຕິທຳເມືອງມະຫາໄຊ ໄດ້ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ, ນິຕິກຳ ແລະ ຕັ້ງໂຕະໃຫ້ຄຳປຶກສາທາງດ້ານກົດໝາຍ ແບບເຄື່ອນທີ່
- ນຳພາການເຄື່ອນໄຫວໃນຄັ້ງນີ້ໂດຍ ທ່ານ ຄຳສະຖິດ ພົມມະດີ, ຫົວໜ້າຫ້ອງການຍຸຕິທຳເມືອງ ພ້ອມດ້ວຍພະນັກງານ ບັນດາຫົວໜ້າໜ່ວຍງານ ຂອງຫ້ອງການດັ່ງກ່າວ ແລະ ໃຫ້ກຽດເຂົ້າຮ່ວມຂອງ ຄະນະກຳມະການປົກຄອງຕາແສງປ່າໜາມ ແລະ ຄະນະກຳມະການປົກຄອງຕາແສງໂພນເມືອງ ໄດ້ໃຫ້ກຽດເຂົ້າຮ່ວມໃນຄັ້ງນີ້
ການເຄື່ອນໄຫວວຽກງານດັ່ງກ່າວ ທັງໝົດມີ: 07ບ້ານ ຄື: ບ້ານນາແສ, ບ້ານນາກະທ້າງດົງ, ບ້ານໂພນນາດີ, ບ້ານແຕງ, ບ້ານນາປວກ, ບ້ານໂພນເມືອງ ແລະ ບ້ານນາຜາແກ້ວ.
ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ ຈຳນວນ: 425 ຄົນ, ຍິງ: 142 ຄົນ
ບັນດາກົດໝາຍ ແລະ ນິຕິກຳ ທີ່ນຳໄປເຜີຍແຜ່ໃນຄັ້ງນີ້ມີ:
- ປະມວນກົດໝາຍແພ່ງ ບາງໝວດ,ບາງມາດຕາ ເຊັ່ນ: ຄອບຄົວ, ກຳມະສິດ, ຂໍ້ຜູກພັນໃນສັນຍາ, ຂໍ້ຜູກພັນນອກສັນຍາ ແລະ ມູນມໍລະດົກ;
- ວຽກງານທະບຽນສານ;
- ວຽກງານທະບຽນຄອບຄົວ;
- ພາລະບົດບາດຂອງຫ້ອງການຍຸຕິທຳເມືອງ;
- ດຳລັດ ວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ
ຈຸດປະສົງ ຂອງການໂຄສະນາເຜີຍແຜ່ກົດໝາຍ ກໍແມ່ນເພື່ອໃຫ້ ປະຊາຊົນຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງຕໍ່ກັບແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັັດມີຜົນສັກສິດ ແລະ ການປະກາດໃຊ້ກົດໝາຍແຕ່ລະໄລຍະໃຫ້ທຸກຄົນມີສະຕິເຄົາລົບ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດ
ຫ້ອງການຍຸຕິທຳເມືອງທ່າພະບາດໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ດຳລັດ 77/ລບ
ພະແນກຍຸຕິທໍາ ແຂວງ ຄໍາມ່ວນ ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ດໍາລັດ 77/ລບ
ຫ້ອງການຍຸຕິທໍາ ເມືອງ ໄຊຈໍາພອນ ແຂວງ ບໍລິຄໍາໄຊ ລົງເຄື່ອນໄຫວໂຄສະນາດໍາລັດ 77/ລບ ແລະ ຕັ່ງໂຕະໃຫ້ຄໍາປຶກສາທາງດາ້ນກົດໝາຍ
ຫ້ອງການຍຸຕິທຳ ເມືອງ ບໍລິຄັນ, ແຂວງ ບໍລິຄຳໄຊ ເຄື່ອນໄຫວໂຄສະນາເຜີຍແຜ່ນິຕິກຳກົດໝາຍ ແລະ ຕັ້ງໂຕະໃຫ້ຄໍາປຶກສາທາງດ້ານກົດໝາຍ
ຫ້ອງການຍຸຕິທຳ ເມືອງ ມະຫາໄຊ ໄດ້ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ, ນິຕິກຳ ແລະ ຕັ້ງໂຕະໃຫ້ຄຳປຶກສາທາງດ້ານກົດໝາຍ ແບບເຄື່ອນທີ່
ຫ້ອງການຍຸຕິທຳ ເມືອງ ມະຫາໄຊ ໄດ້ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳ.