ກອງປະຊຸມສາກົນວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍໃນລະບົບຍຸຕິທຳທາງອາຍາ ພາຍໃຕ້ຫົວຂໍ້ “ນະວັດຕະກຳ, ເຕັກໂນໂລຊີ ແລະ ຄວາມຍຸຕິທຳທີ່ຖືເອົາປະຊາຊົນເປັນໃຈກາງ” (Global Conference on Legal Aid in Criminal Justice Systems: Innovation, Technology, and People-Centered Justice) ໄຂຂຶ້ນຢ່າງເປັນທາງການ ທີ່ນະຄອນຫຼວງປັກກິ່ງ, ສປ ຈີນ ໃນລະຫວ່າງວັນທີ 23-25 ພະຈິກ 2026.
ກອງປະຊຸມຄັ້ງນີ້ ຈັດຂຶ້ນໂດຍການຮ່ວມມືລະຫວ່າງ ກະຊວງຍຸຕິທຳ ແຫ່ງ ສປ ຈີນ ແລະ ອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNODC) ໂດຍມີບັນດາລັດຖະມົນຕີ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ນັກວິຊາການ ແລະ ຜູ້ປະຕິບັດວຽກງານດ້ານການຊ່ວຍເຫຼືອທາງດ້ານກົດໝາຍ ຈາກທົ່ວໂລກເຂົ້າຮ່ວມ.
ໃນພິທີເປີດກອງປະຊຸມ ທີ່ດຳເນີນໂດຍ ທ່ານ ຫຼີ ໝິງເຈິ້ງ (Li Mingzheng), ຮອງລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປ ຈີນ, ໄດ້ຮັບຟັງບົດກ່າວເປີດກອງປະຊຸມ10 ແລະ ຄຳເຫັນລະດັບລັດຖະມົນຕີຈາກບຸກຄົນສຳຄັນ ເປັນຕົ້ນແມ່ນ ທີ່ປຶກສາແຫ່ງລັດ ແລະ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປ ຈີນ, ທ່ານ ນາງ ໂມນິກາ ຈູມາ (Monica Juma) ຜູ້ອຳນວຍການບໍລິຫານ UNODC, ທ່ານ ນາງ ເຮີ ຣົງ (He Rong) ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປ ຈີນ, ພ້ອມດ້ວຍລັດຖະມົນຕີກະຊວງຍຸຕິທຳຈາກ ສາທາລະນະລັດ ກຽກກີສະຖານ, ອາຟຣິກາໃຕ້ ແລະ ຣາຊະອານາຈັກໄທ.
ຕະຫຼອດໄລຍະ 3 ວັນຂອງກອງປະຊຸມ ໄດ້ມີການປຶກສາຫາລື ແລະ ແລກປ່ຽນບົດຮຽນຜ່ານ 8 ວາລະສຳຄັນ ໂດຍບັນດາປະເທດສະມາຊິກ ແລະ ອົງການຈັດຕັ້ງສາກົນ ໄດ້ຍົກໃຫ້ເຫັນບັນຫາທ້າທາຍ ແລະ ທິດທາງການ ແກ້ໄຂໃນແຕ່ລະດ້ານ ດັ່ງນີ້:
ການຫັນນະໂຍບາຍສູ່ການປະຕິບັດຕົວຈິງ (ວາລະທີ 1): ຜູ້ຕາງໜ້າຈາກ ສປ ຈີນ, ນາມິເບຍ, ສິງກະໂປ, ບຣາຊິນ, ໄນຈີເຣຍ ແລະ ຕຣີນີດາດ ແລະ ໂຕບາໂກ ໄດ້ແລກປ່ຽນກ່ຽວກັບບັນຫາການເຂົ້າເຖິງການບໍລິການທີ່ຍັງ ບໍ່ທົ່ວເຖິງສຳລັບຜູ້ດ້ອຍໂອກາດ ໂດຍເນັ້ນໃສ່ການປັບປຸງຮູບແບບການໃຫ້ບໍລິການ, ໂຄງສ້າງການຈັດຕັ້ງ ແລະ ການສ້າງຄູ່ຮ່ວມມື ເພື່ອຮັບປະກັນຄວາມຍືນຍົງ ແລະ ທົ່ວເຖິງ. ການສ້າງຄວາມເຂັ້ມແຂງດ້ານການສຶກສາ ແລະ ການຝຶກອົບຮົມວິຊາຊີບ (ວາລະທີ 2): ຜູ້ຕາງໜ້າຈາກ ເຄນຢາ, ສປ ຈີນ, ບັງກາເດດ ແລະ ການາດາ ໄດ້ປຶກສາຫາລືກ່ຽວກັບບັນຫາການຂາດແຄນບຸກຄະລາກອນທີ່ມີຄວາມຊຳນານງານສະເພາະດ້ານ ໂດຍສະເໜີໃຫ້ສົ່ງ ເສີມບົດບາດຂອງສະຖາບັນການສຶກສາກົດໝາຍ, ໂຄງການຄລີນິກກົດໝາຍ (Clinical Legal Education) ແລະ ການພັດທະນາວິຊາຊີບຢ່າງຕໍ່ເນື່ອງ ເພື່ອຮັກສາບຸກຄະລາກອນໃຫ້ຕອບສະໜອງກັບຄວາມຕ້ອງການດ້ານຍຸຕິທຳ ທີ່ປ່ຽນແປງໄປ. ການຍົກລະດັບມາດຕະຖານຄຸນນະພາບ ແລະ ຄວາມຮັບຜິດຊອບ (ວາລະທີ 3): ຜູ້ຕາງໜ້າຈາກ ສປ ຈີນ (ແຂວງເຈີ້ຈຽງ, ເຮີຍຫຼົງຈຽງ, ສານຊີ ແລະ ເຂດປົກຄອງພິເສດຮົງກົງ), ອູຣູກວາຍ, ສິງກະໂປ, ເນເທີແລນ ແລະ ສສ ຫວຽດນາມ ໄດ້ຍົກໃຫ້ເຫັນບັນຫາການຄວບຄຸມຄຸນນະພາບການບໍລິການ ໂດຍເນັ້ນໃສ່ການສ້າງລະບົບການຮັບຮອງ ມາດຕະຖານ, ຈັນຍາບັນວິຊາຊີບ ແລະ ກົນໄກການຕິດຕາມປະເມີນຜົນ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ. ການຊ່ວຍເຫຼືອແບບຮອບດ້ານສຳລັບກຸ່ມຄົນທີ່ມີຄວາມຕ້ອງການສະເພາະ (ວາລະທີ 4): ຜູ້ຕາງໜ້າຈາກ ໄທ, ສປ ຈີນ ແລະ ບຣາຊິນ ໄດ້ສຸມໃສ່ບັນຫາອຸປະສັກໃນການເຂົ້າເຖິງຂະບວນການຍຸຕິທຳຂອງກຸ່ມຄົນທີ່ມີຄວາມບອບບາງ ເຊັ່ນ: ແມ່ຍິງ, ຄົນພິການ, ຊົນເຜົ່າພື້ນເມືອງ, ຜູ້ຍ້າຍຖິ່ນຖານ ແລະ ຜູ້ອົບພະຍົບ ໂດຍສະເໜີໃຫ້ນຳໃຊ້ແນວທາງທີ່ເຊື່ອມ ໂຍງທັງດ້ານກົດໝາຍ, ສັງຄົມ ແລະ ການຊ່ວຍເຫຼືອຕົວຈິງ. ການສະໜອງງົບປະມານ ແລະ ຄວາມຍືນຍົງທາງການເງິນ (ວາລະທີ 5): ຜູ້ຕາງໜ້າຈາກ ສປ ຈີນ, ອາຟຣິກາໃຕ້, ປາກີສະຖານ ແລະ ອິນໂດເນເຊຍ ໄດ້ແລກປ່ຽນກ່ຽວກັບບັນຫາ ຂໍ້ຈຳກັດດ້ານງົບປະມານ ທ່າມກາງຄວາມຕ້ອງການການຊ່ວຍເຫຼືອທາງດ້ານກົດໝາຍທີ່ເພີ່ມສູງຂຶ້ນ ໂດຍພິຈາລະນາກົນ ໄກການຈັດສັນງົບປະມານພາກລັດ ແລະ ແຫຼ່ງທຶນທາງເລືອກ ເພື່ອຮັບປະກັນຄວາມໝັ້ນຄົງໃນໄລຍະຍາວ.
ການເຂົ້າເຖິງການຊ່ວຍເຫຼືອໃນທຸກຂັ້ນຕອນຂອງຄະດີອາຍາ (ວາລະທີ 6): ຜູ້ຕາງໜ້າຈາກ ສະຫະຣາຊະອານາຈັກ (ສະກັອດແລນ), ສປ ຈີນ, ຕຣີນີດາດ ແລະ ໂຕບາໂກ, ເຄນຢາ, ບັງກລາເທດ ແລະ ສປປ ລາວ ໂດຍ ທ່ານ ສຸບັນ ບຸນຄ້ຳ, ຮອງຫົວໜ້າພະແນກບໍລິການໃຫ້ຄຳປຶກສາ ແລະ ຊ່ວຍເຫຼືອທາງດ້ານກົດໝາຍ, ກະຊວງຍຸຕິທຳ ໄດ້ປຶກສາຫາລື ກ່ຽວກັບບັນຫາການເຂົ້າເຖິງທະນາຍຄວາມທີ່ຊັກຊ້າ ໂດຍເນັ້ນໜັກການຮັບປະກັນການຊ່ວຍເຫຼືອຢ່າງທັນການ ແລະ ຕໍ່ເນື່ອງ ນັບແຕ່ຂັ້ນຕອນການຈັບຕົວ, ການກັກຂັງຂອງເຈົ້າໜ້າທີ່ຕຳຫຼວດ, ການດຳເນີນຄະດີໃນສານ ຈົນເຖິງການ ຄຸມຂັງ. ການຊ່ວຍເຫຼືອທາງດ້ານກົດໝາຍສຳລັບເດັກໃນໂລກຍຸກໃໝ່ (ວາລະທີ 7): ຜູ້ຕາງໜ້າຈາກ ສປ ຈີນ, ອາກຊັງຕິນ ແລະ ອົງການອຸຍເນັສໂກ UNICEF ໄດ້ຍົກໃຫ້ເຫັນບັນຫາທ້າທາຍໃໝ່ທີ່ເກີດຈາກສະພາບແວດ ລ້ອມດິຈິຕອນ ແລະ ໄພອັນຕະລາຍທາງອອນລາຍ ໂດຍສະເໜີໃຫ້ມີການບໍລິການທີ່ເປັນມິດຕໍ່ເດັກ, ການມີຜູ້ຕາງໜ້າສະ ເພາະດ້ານ ແລະ ມາດຕະການຜັນແຍກເດັກອອກຈາກຂະບວນການດຳເນີນຄະດີອາຍາແບບປົກກະຕິ. ອະນາຄົດຂອງການ ຊ່ວຍເຫຼືອທາງດ້ານກົດໝາຍ ແລະ ເຕັກໂນໂລຊີ (ວາລະທີ 8): ຜູ້ຕາງໜ້າຈາກ ອິນເດຍ, ສປ ຈີນ, ເອກວາດໍ, ມາເລເຊຍ ແລະ ທະນາຄານໂລກ (World Bank) ໄດ້ແລກປ່ຽນກ່ຽວກັບໂອກາດ ແລະ ສິ່ງທ້າທາຍໃນການນຳໃຊ້ນະວັດຕະກຳ, ເຕັກໂນໂລຊີດິຈິຕອນ ແລະ ປັນຍາປະດິດ (AI) ເຂົ້າໃນການຍົກສູງປະສິດທິພາບການບໍລິການ.
ໃນຕອນທ້າຍຂອງກອງປະຊຸມ ໃນວັນທີ 25 ພະຈິກ 2026, ຜູ້ແທນກອງປະຊຸມຍັງໄດ້ລົງຢ້ຽມ ຢາມສູນຊ່ວຍເຫຼືອທາງດ້ານກົດໝາຍນະຄອນຫຼວງປັກກິ່ງ ເພື່ອຖອດຖອນບົດຮຽນຕົວຈິງໃນການນຳໃຊ້ເຕັກໂນໂລຊີ ແລະ AI ເຂົ້າໃນການໃຫ້ບໍລິການປະຊາຊົນ.
ຂ່າວ ແລະ ພາບ ໂດຍ: ສຸບັນ ບຸນຄ້ຳ
ກອງປະຊຸມສາກົນວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍໃນລະບົບຍຸຕິທຳທາງອາຍາ
ກອງປະຊຸມວຽກງານຊ່ວຍເຫຼືອດ້ານກົດໝາຍທົ່ວປະເທດ ຄັ້ງທີ 2 ພ້ອມເປີດຕົວ ເວັບໄຊການຊ່ວຍເຫຼືອດ້ານກົດໝາຍ ຢ່າງເປັນທາງການ
ເປີດການຮຽນກົດໝາຍ 45 ວັນທີ ເມືອງ ໄຊບົວທອງ, ແຂວງ ຄຳມ່ວນ
ຫ້ອງການຍຸຕິທຳເມືອງທ່າພະບາດໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ດຳລັດ 77/ລບ
ພະແນກຍຸຕິທໍາ ແຂວງ ຄໍາມ່ວນ ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ດໍາລັດ 77/ລບ
ຫ້ອງການຍຸຕິທໍາ ເມືອງ ໄຊຈໍາພອນ ແຂວງ ບໍລິຄໍາໄຊ ລົງເຄື່ອນໄຫວໂຄສະນາດໍາລັດ 77/ລບ ແລະ ຕັ່ງໂຕະໃຫ້ຄໍາປຶກສາທາງດາ້ນກົດໝາຍ