ກະຊວງຍຸຕິທໍາ
ການຊ່ວຍເຫຼືອທາງດ້ານກົດໝາຍຜ່ານລະບົບດິຈິຕອນ

ກ່ຽວກັບເວັບໄຊ ຂອງ ການຊ່ວຍເຫຼືອທາງດ້ານກົດໝາຍຜ່ານລະບົບດິຈິຕອນ ຢູ່ ສປປ ລາວ

ພາຍຫຼັງທີ່ມີການອອກ ດໍາລັດເລກທີ 77/ລບ ລັງວັນທີ 28/02/2018 ວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ ກະຊວງຍຸຕິທໍາ ຮ່ວມກັບອົງການຈັດຕັ້ງທີ່ກ່ຽວຂ້ອງທັງພາຍໃນ ແລະ ອົງການຈັດຕັ້ງສາກົນໄດ້ຈັດຕັ້ງປະຕິບັດການໃຫ້ບໍລິການຊ່ວຍເຫຼືອທາງດ້ານກົດໝາຍໂດຍບໍ່ຄິດຄ່າ ໃຫ້ແກ່ກຸ່ມເປົ້າໝາຍເຊັ່ນ: ຜູ້ທຸກຍາກ, ຜູ້ດ້ອຍໂອກາດ, ຄົນພິການ, ເດັກທີ່ຕ້ອງການການປົກປ້ອງພິເສດ, ຜູ້ກະທຳຜິດທີ່ກົດໝາຍກຳນົດໃຫ້ມີທະນາຍ ຄວາມເຂົ້າໄປຊ່ວຍເຫຼືອ, ແມ່ຍິງ ແລະ ເດັກນ້ອຍ ທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ, ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໂດຍຜ່ານການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ; ເຊິ່ງການຊ່ວຍເຫຼືອທາງດ້ານກົດໝາຍນີ້ປະກອບມີ: ການສະໜອງຂໍ້ມູນຂ່າວສານ, ການໃຫ້ຄໍາປຶກສາທາງດ້ານກົດໝາຍ, ການຊ່ວຍເຫຼືອໃນການຮ່າງເອກະສານ, ການເປັນຜູ້ຕ່າງໜ້າໃນການດໍາເນີນຄະດີ ຕາມການຮ້ອງຂໍ້ ຫຼື ສະເໜີ.

ນັບແຕ່ຕົ້ນປີ 2020 ເປັນຕົ້ນມາ, ໄດ້ມີການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ໃນຂອບເຂດທົ່ວໂລກ ເຮັດໃຫ້ລັດຖະບານແຫ່ງ ສປປ ລາວ ໂດຍສະເພາະ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ໄດ້ອອກບັນດາມາດຕະການຕ່າງທີ່ຈໍາເປັນ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວ, ເຊິ່ງມັນເຮັດໃຫ້ເກີດມີຜົນກະທົບຕໍ່ການດໍາລົງຊີວິດ ບໍ່ວ່າຈະເປັນທາງດ້ານສັງຄົມ ແລະ ເສດຖະກິດເປັນວົງກວ້າງ.

ຕໍ່ກັບສະພາບການລະບາດຂອງ ພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ແລະ ການປະຕິບັດບັນດາມາດຕະການ ທີ່ທາງຄະນະສະເພາະກິດອອກມາ, ມັນຈໍາເປັນ ແລະ ຮຽກຮ້ອງໃຫ້ມີການຫັນເປັນທັນສະໃໝ ແລະ ເປັນລະບົບດິຈິຕອນ ໃນບັນດາວຽກງານການບໍລິການປະຊາຊົນຂອງພາກລັດ ໃຫ້ຫຼາຍຂຶ້ນ. ສະນັ້ນໂຄງການສະໜັບສະໜູນແຜນຍຸດທະສາດເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລັດ ທີ່ປົກຄອງດ້ວຍກົດໝາຍຢູ່ ສປປ ລາວ ຫຼື ໂຄງການ 3S-RoL ທີ່ໄດ້ຮັບການສະໜັບສະໜູນ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ເຫັນຄວາມສໍາຄັນໃນການເພີ່ມຊ່ອງທາງການເຂົ້າເຖິງການຊ່ວຍເຫຼືອທາງດ້ານກົດໝາຍ ໂດຍສະເພາະຊ່ອງທາງລະບົບດິຈິຕອນ ຈິ່ງໄດ້ສະໜັບສະໜູນ ໂດຍການຮ່ວມມືກັບ ກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທໍາ, ກົມຮ່ວມມືສາກົນ ຂອງ ກະຊວງຍຸຕິທໍາ ໃນການພັດທະນາ "ການຊ່ວຍເຫຼືອທາງດ້ານກົດໝາຍຜ່ານລະບົບດິຈິຕອນ ຢູ່ ສປປ ລາວ" ນີ້ຂືິ້ນມາ.

ທ່ານສາມາດສົ່ງ ຄໍາຄິດເຫັນຕໍ່ເວັບໄຊ ໂດຍຜ່ານແບບຟອມນີ້.
ຄູ່ມືການນໍາໃຊ້ ການຊ່ວຍເຫຼືອທາງດ້ານກົດໝາຍຜ່ານລະບົບດິຈິຕອນ ຢູ່ ສປປ ລາວ
VDO ແນະນໍາກ່ຽວກັບ ການຊ່ວຍເຫຼືອທາງດ້ານກົດໝາຍ ຜ່ານລະບົບດິຈິຕອນ ຢູ່ ສປປ ລາວ

ChatBot ການຊ່ວຍເຫຼືອທາງດ້ານກົດໝາຍ

ສະບາຍດີ.
ນີ້ແມ່ນລະບົບໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍຜ່ານລະບົບດິຈິຕອນ ຢູ່ ສປປ ລາວ. ໂດຍມີຈຸດປະສົງໃນການໃຫ້ການຊ່ວຍເຫລືອທາງດ້ານກົດໝາຍໃຫ້ແກ່ກຸ່ມເປົ້າໝາຍເຊັ່ນ: ຜູ້ທຸກຍາກ, ຜູ້ດ້ອຍໂອກາດ, ຄົນພິການ, ເດັກທີ່ຕ້ອງການການປົກປ້ອງພິເສດ, ຜູ້ກະທຳຜິດທີ່ກົດໝາຍກຳນົດໃຫ້ມີທະນາຍ ຄວາມເຂົ້າໄປຊ່ວຍເຫຼືອ, ແມ່ຍິງ ແລະ ເດັກນ້ອຍ ທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ, ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ໂດຍບໍ່ມີຄ່າໃຊ້ຈ່າຍ.
ສອບຖາມ