ກະຊວງຍຸຕິທໍາ
ການຊ່ວຍເຫຼືອທາງດ້ານກົດໝາຍຜ່ານລະບົບດິຈິຕອນ

ການຊ່ວຍເຫຼືອທາງດ້ານກົດໝາຍ

ດໍາລັດ ເລກທີ 77/ລບ ວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ

ລັດຖະບານແຫ່ງ ສປປ ລາວ ໄດ້ອອກ ດໍາລັດເລກທີ 77/ລບ ລັງວັນທີ 28/02/2018 ວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ, ເຊິ່ງອີງໃສດໍາລັດນີ້ ການຊ່ວຍເຫຼືອທາງດ້ານກົດໝາຍ ແມ່ນການໃຫ້ບໍລິການທາງດ້ານກົດໝາຍ ໂດຍບໍ່ຄິດຄ່າ ແກ່ຜູ້ທຸກຍາກ, ຜູ້ດ້ອຍໂອກາດ, ຄົນພິການ, ເດັກທີ່ຕ້ອງການການປົກປ້ອງພິເສດ, ຜູ້ກະທຳຜິດທີ່ກົດໝາຍກຳນົດໃຫ້ມີທະນາຍຄວາມເຂົ້າໄປຊ່ວຍເຫຼືອ, ແມ່ຍິງ ແລະ ເດັກນ້ອຍ ທີ່ຖຶກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ, ຜູ້ຖຶກເຄາະຮ້າຍຈາກການຄ້າມະນຸດ ໂດຍຜ່ານອົງການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ.

ແລະ ດໍາລັດນີ້ກໍ່ໄດ້ກໍານົດປະເພດຂອງການຊ່ວຍເຫຼືອທາງດ້ານກົດໝາຍເປັນ 4 ປະເພດຄື່:

  • ການສະໜອງຂໍ້ມູນຂ່າວສານທາງດ້ານການກົດໝາຍ: ການໃຫ້ຂໍ້ມູນຂ່າວສານທາງດ້ານກົດໝາຍ ດ້ວຍການໃຫ້ອ່ານ, ຈົດບັນທຶກເອົາ ຫຼື ສໍາເນົາເນື້ອໃນກົດໝາຍ, ນິຕິກໍາທີ່ກ່ຽວຂ້ອງກັບການຮ້ອງຂໍ.
  • ການໃຫ້ຄໍາປຶກສາທາງດ້ານກົດໝາຍ: ການແນະນໍາ, ອະທິບາຍທາງປາກເປົ່າ ຫຼື ເປັນລາຍລັກອັກສອນກ່ຽວກັບກົດໝາຍ ທີ່ກ່ຽວຂ້ອງກັບການຮ້ອງຂໍ.
  • ການຊ່ວຍເຫຼືອໃນການຮ່າງເອກະສານ: ການຊ່ວຍຜູ້ຮ້ອງຂໍໃນການແຕ່ງ ແລະ ການປະກອບເອກະສານຕ່າງໆ ເຊັ່ນ ຄໍາຮ້ອງຟ້ອງ, ຄໍາແກ້ຟ້ອງ, ສັນຍາ, ພິໄນກໍາ ແລະ ເອກະສານອື່ນ ທີ່ກ່ຽວຂ້ອງກັບການຮ້ອງຂໍ.
  • ການເປັນຜູ້ຕ່າງໜ້າໃນການດໍາເນີນຄະດີ: ການເຂົ້າຮ່ວມໃນການດໍາເນີນຄະດີ ຕາມຂະບວນການຍຸຕິທໍາໃນນາມຜູ້ທີ່ໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍ ໂດຍທະນາຍຄວາມທີ່ໄດ້ຮັບການແຕ່ງຕັ້ງຈາກສະພາທະນາຍຄວາມເຊັ່ນ ການເຂົ້າຮ່ວມໃນຂັ້ນຕອນການສືບສວນ-ສອບສວນ, ການວ່າຄວາມໃນທີ່ປະຊຸມສານ, ການຕິດຕາມການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ.

ກຸ່ມຄົນທີ່ຈະໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍ

  • ຜູ້ທຸກຍາກ: ຜູ້ທີ່ບໍ່ມີລາຍຮັບ, ຜູ້ທີ່ມີລາຍຮັບຕໍ່າກວ່າຄ່າແຮງງານຂັ້ນຕໍ່າຂອງຜູ້ອອກແຮງງານ ທີ່ລັດຖະບານ ປະກາດໃຊ້ໃນແຕ່ລະໄລຍະ;
  • ຜູ້ດ້ອຍໂອກາດ: ຜູ້ທີ່ຂາດເງື່ອນໄຂອັນຈໍາເປັນ ໃນການເຂົ້າເຖິງຂໍ້ມູນຂ່າວສານທາງດ້ານກົດໝາຍ, ການບໍລິການໃຫ້ຄໍາປຶກສາທາງດ້ານກົດໝາຍ, ການຊ່ວຍເຫຼືອໃນການຮ່າງເອກະສານນິຕິກໍາ ຫຼື ການມີທະນາຍຄວາມເປັນຜູ້ຕາງໜ້າ ໃນການດໍາເນີນຄະດີ;
  • ຄົນພິການ: ຜູ້ທີ່ມີຄວາມປົກພ່ອງ ຫຼື ສູນເສຍໜ້າທີ່ຂອງອະໄວຍະວະ ແລະ ອົງຄະ ສ່ວນໃດສ່ວນໜຶ່ງຂອງຮ່າງກາຍ, ຈິດໃຈ, ມັນສະໝອງ, ສະຕິປັນຍາ ລວມທັງການເບິ່ງເຫັນ, ການໄດ້ຍິນ ແລະ ການປາກເວົ້າ ໂດຍບໍ່ຈໍາແນກສາເຫດຂອງຄວາມເປັນພິການ;
  • ເດັກທີ່ຕ້ອງການການປົກປ້ອງພິເສດ: ເດັກກໍາພ້າ, ກໍາພອຍ, ເດັກທີ່ຖືກປະຖິ້ມ, ເດັກທີ່ຖືກປະລະ ຫຼື ເດັກທີ່ບໍ່ໄດ້ຮັບການເອົາໃຈໃສ່ຈາກພໍ່ແມ່ ໃນການເບິ່ງແຍງລ້ຽງດູ, ເດັກທີ່ຖືກທໍາຮ້າຍຮ່າງກາຍ, ເດັກທີ່ຖືກທາລຸນທາງເພດ, ເດັກທີ່ກາຍເປັນໂສເພນີ, ເດັກທີ່ຕົກເປັນເຫຍື່ອຂອງການຄ້າມະນຸດ, ເດັກທີ່ເຮັດວຽກຢູ່ໃນສະພາບທີ່ເປັນອັນຕະລາຍຮ້າຍແຮງຕໍ່ຊີວິດ, ສຸຂະພາບ ຫຼື ຖືກຂູດຮີດແຮງງານ, ເດັກນ້ອຍອົບພະຍົກ, ເດັກທີ່ຕິດຢາເສບຕິດ, ເດັກທີ່ໄດ້ຮັບຜົນກະທົບຈາກໂລກເອກ ຫຼື ເຊື້ອເອສ໌ໄອວີ ແລະ ເດັກທີ່ເປັນຜູ້ຖືກເສຍຫາຍໃນຂະບວນການດໍາເນີນຄະດີ;
  • ຜູ້ກະທຳຜິດທີ່ກົດໝາຍກຳນົດໃຫ້ມີທະນາຍຄວາມເຂົ້າໄປຊ່ວຍເຫຼືອ, ແມ່ຍິງ ແລະ ເດັກນ້ອຍ ທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ, ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ.

ວິທີການຂໍການຊ່ວຍເຫຼືອທາງດ້ານກົດໝາຍ

ການຂໍການຊ່ວຍເຫຼືອທາງດ້ານກົດໝາຍ ນໍາອົງການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ສາມາດດໍາເນີນດ້ວຍວິທີການໃດໜຶ່ງ ດັ່ງນີ້:

  • ຍື່ນຄໍາຮ້ອງຂໍດ້ວຍ ຕົນເອງ, ຜູ້ຕາງໜ້າຄອບຄົວ ຫຼື ຍາດພີ່ນ້ອງ;
  • ການສະເໜີຂອງອົງການປົກຄອງບ້ານ, ໂຮງຮຽນ, ໂຮງໝໍ ແລະ ອົງການຈັດຕັ້ງອື່ນໆ;
  • ຕິດຕໍ່ພົວພັນທາງໂທລະສັບ ຫຼື ເຄື່ອງມືສື່ສານຕ່າງໆ;
  • ວິທີການອື່ນໆ.

ຂັ້ນຕອນການຊ່ວຍເຫຼືອທາງດ້ານກົດໝາຍ

ການຊ່ວຍເຫຼືອທາງດ້ານກົດໝາຍ ດໍາເນີນຕາມຂັ້ນຕອນ ດັ່ງນີ້:

  • ຮັບຄໍາຮ້ອງ ຫຼື ຄໍາສະເໜີ ຂໍການຊ່ວຍເຫຼືອ;
  • ຄົ້ນຄ້ວາ ແລະ ຕົກລົງ ກ່ຽວກັບການໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ;
  • ການແຕ່ງຕັ້ງທະນາຍຄວາມ ຫຼື ບຸກຄົນໃຫ້ການຊ່ວຍເຫຼືອ;
  • ການຂໍອະນຸມັດງົບປະມານ ເພື່ອໃຫ້ການຊ່ວຍເຫຼືອ.

ຫ້ອງໃຫ້ການບໍລິການຊ່ວຍເຫຼືອທາງດ້ານກົດໝາຍ

  • ກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທໍາ, ກະຊວງຍຸຕິທຳ;
  • ຂະແໜງສົ່ງເສີມວຽກງານຍຸຕິທຳຮາກຖານ ຂອງພະແນກຍຸຕິທຳແຂວງ, ນະຄອນຫຼວງ;
  • ໜ່ວຍງານສົ່ງເສີມວຽກງານຍຸຕິທຳຮາກຖານ ຂອງຫ້ອງການຍຸຕິທຳເມືອງ, ເທດສະບານ, ນະຄອນ;
  • ຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ ຂອງສະພາທະນາຍຄວາມ;
  • ການຈັດຕັ້ງທີ່ໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍຂອງສະຫະພັນແມ່ຍິງ ແລະ ຂອງອົງການຈັດຕັ້ງອື່ນ.

ChatBot ການຊ່ວຍເຫຼືອທາງດ້ານກົດໝາຍ

ສະບາຍດີ.
ນີ້ແມ່ນລະບົບໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍຜ່ານລະບົບດິຈິຕອນ ຢູ່ ສປປ ລາວ. ໂດຍມີຈຸດປະສົງໃນການໃຫ້ການຊ່ວຍເຫລືອທາງດ້ານກົດໝາຍໃຫ້ແກ່ກຸ່ມເປົ້າໝາຍເຊັ່ນ: ຜູ້ທຸກຍາກ, ຜູ້ດ້ອຍໂອກາດ, ຄົນພິການ, ເດັກທີ່ຕ້ອງການການປົກປ້ອງພິເສດ, ຜູ້ກະທຳຜິດທີ່ກົດໝາຍກຳນົດໃຫ້ມີທະນາຍ ຄວາມເຂົ້າໄປຊ່ວຍເຫຼືອ, ແມ່ຍິງ ແລະ ເດັກນ້ອຍ ທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ, ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ໂດຍບໍ່ມີຄ່າໃຊ້ຈ່າຍ.
ສອບຖາມ