ກະຊວງຍຸຕິທໍາ
ການຊ່ວຍເຫຼືອທາງດ້ານກົດໝາຍຜ່ານລະບົບດິຈິຕອນ

ກຸ່ມຄົນເປົ້າໝາຍ

ຜູ້ທຸກຍາກ, ຜູ້ດ້ອຍໂອກາດ, ຄົນພິການ, ເດັກທີ່ຕ້ອງການການປົກປ້ອງພິເສດ, ຜູ້ກະທຳຜິດທີ່ກົດໝາຍກຳນົດໃຫ້ມີທະນາຍຄວາມເຂົ້າໄປຊ່ວຍເຫຼືອ, ແມ່ຍິງ ແລະ ເດັກນ້ອຍ ທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ, ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ.

ຜູ້ຕາງໜ້າ

ຜູ້ຕາງໜ້າໃນການຮ້ອງຂໍ ຫຼື ສະເໜີຂໍການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ຄົນທີ່ເຫັນກຸ່ມຄົນເປົ້າໝາຍ ທີ່ອາດຈະຕ້ອງການຄວາມຊ່ວຍເຫຼືອທາງດ້ານກົດໝາຍ.

ຄົນທົ່ວໄປ

ບຸກຄົນທົ່ວໄປທີ່ຕ້ອງການຊອກຫາຂໍ້ມູນ ທີ່ກ່ຽວຂ້ອງກັບການຊ່ວຍເຫຼືອທາງດ້ານກົດໝາຍ.

ບຸກຄົນໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ

ພະນັກງານລັດຖະກອນ, ທະນາຍຄວາມ (ຜູ້ທີ່ຖືກແຕ່ງຕັ້ງຈາກການຈັດຕັ້ງທີ່ກ່ຽວຂ້ອງ ເພື່ອໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ).

ການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ

ກະຊວງຍຸຕິທໍາ, ພະແນກຍຸຕິທໍາແຂວງ-ນະຄອນຫຼວງວຽງຈັນ, ຫ້ອງການຍຸຕິທໍາເມືອງ-ນະຄອນ, ສະຖາບັນຍຸຕິທໍາແຫ່ງຊາດ, ສະຖາບັນຍຸຕິທໍາແຫ່ງຊາດສາຂາພາກເໜືອ-ພາກກາງ-ພາກໄຕ້, ສະພາທະນາຍຄວາມ, ສູນການສະຫະພັນແມ່ຍິງລາວ.

ChatBot ການຊ່ວຍເຫຼືອທາງດ້ານກົດໝາຍ

ສະບາຍດີ.
ນີ້ແມ່ນລະບົບໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍຜ່ານລະບົບດິຈິຕອນ ຢູ່ ສປປ ລາວ. ໂດຍມີຈຸດປະສົງໃນການໃຫ້ການຊ່ວຍເຫລືອທາງດ້ານກົດໝາຍໃຫ້ແກ່ກຸ່ມເປົ້າໝາຍເຊັ່ນ: ຜູ້ທຸກຍາກ, ຜູ້ດ້ອຍໂອກາດ, ຄົນພິການ, ເດັກທີ່ຕ້ອງການການປົກປ້ອງພິເສດ, ຜູ້ກະທຳຜິດທີ່ກົດໝາຍກຳນົດໃຫ້ມີທະນາຍ ຄວາມເຂົ້າໄປຊ່ວຍເຫຼືອ, ແມ່ຍິງ ແລະ ເດັກນ້ອຍ ທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ, ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ໂດຍບໍ່ມີຄ່າໃຊ້ຈ່າຍ.
ສອບຖາມ