ຄໍາຖາມ-ຄໍາຕອບ ກ່ຽວກັບການຊ່ວຍເຫຼືອທາງດ້ານກົດໝາຍ:
-
ການຊ່ວຍເຫຼືອທາງດ້ານກົດໝາຍ ແມ່ນຫຍັງ?
ອີງຕາມມາດຕາ 2 ຂອງດໍາລັດເລກທີ 77/ລບ ລັງວັນທີ 28/02/2018 ວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ, ການຊ່ວຍເຫຼືອທາງດ້ານກົດໝາຍ ແມ່ນການໃຫ້ບໍລິການທາງດ້ານກົດໝາຍ ໂດຍບໍ່ຄິດຄ່າ ແກ່ຜູ້ທຸກຍາກ, ຜູ້ດ້ອຍໂອກາດ, ຄົນພິການ, ເດັກທີ່ຕ້ອງການການປົກປ້ອງພິເສດ, ຜູ້ກະທຳຜິດທີ່ກົດໝາຍກຳນົດໃຫ້ມີທະນາຍຄວາມເຂົ້າໄປຊ່ວຍເຫຼືອ, ແມ່ຍິງ ແລະ ເດັກນ້ອຍ ທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ, ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ.
-
ຫ້ອງໃຫ້ການບໍລິການຊ່ວຍເຫຼືອທາງດ້ານກົດໝາຍ ມີຢູ່ໃສ?
- ກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທໍາ, ກະຊວງຍຸຕິທຳ;
- ຂະແໜງສົ່ງເສີມວຽກງານຍຸຕິທຳຮາກຖານ ຂອງພະແນກຍຸຕິທຳແຂວງ, ນະຄອນຫຼວງ;
- ໜ່ວຍງານສົ່ງເສີມວຽກງານຍຸຕິທຳຮາກຖານ ຂອງຫ້ອງການຍຸຕິທຳເມືອງ, ເທດສະບານ, ນະຄອນ;
- ຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ ຂອງສະພາທະນາຍຄວາມ;
- ການຈັດຕັ້ງທີ່ໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍຂອງສະຫະພັນແມ່ຍິງ ແລະ ຂອງອົງການຈັດຕັ້ງອື່ນ.
-
ກຸ່ມຄົນທີ່ຈະໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍ ແມ່ນ:
- ຜູ້ທຸກຍາກ;
- ຜູ້ດ້ອຍໂອກາດ;
- ຄົນພິການ;
- ເດັກທີ່ຕ້ອງການການປົກປ້ອງພິເສດ;
- ຜູ້ກະທຳຜິດທີ່ກົດໝາຍກຳນົດໃຫ້ມີທະນາຍຄວາມເຂົ້າໄປຊ່ວຍເຫຼືອ;
- ແມ່ຍິງ ແລະ ເດັກນ້ອຍ ທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ, ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ.
-
ຊ່ອງທາງການຊ່ວຍເຫຼືອທາງດ້ານກົດໝາຍ ມີ:
- ການເຂົ້າໄປພົບ ພະນັກງານຜູ້ຮັບຜິດຊອບການຊ່ວຍເຫຼືອຢູ່ ຫ້ອງໃຫ້ການບໍລິການຊ່ວຍເຫຼືອທາງດ້ານກົດໝາຍ ໂດຍກົງ;
- ການໂທລະສັບຫາ ຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ ໂດຍກົງ;
- ການໃຊ້ບໍລິການ ລະບົບການຊ່ວຍເຫຼືອທາງດ້ານກົດໝາຍຜ່ານລະບົບດິຈິຕອນ ຢູ່ ສປປ ລາວ ຜ່ານເວັບໄຊແຫ່ງນີ້.
-
ວິທີການຂໍການຊ່ວຍເຫຼືອທາງດ້ານກົດໝາຍ ຄື່:
- ຍື່ນຄໍາຮ້ອງຂໍດ້ວຍ ຕົນເອງ, ຜູ້ຕາງໜ້າຄອບຄົວ ຫຼື ຍາດພີ່ນ້ອງ;
- ການສະເໜີຂອງອົງການປົກຄອງບ້ານ, ໂຮງຮຽນ, ໂຮງໝໍ ແລະ ອົງການຈັດຕັ້ງອື່ນໆ;
- ຕິດຕໍ່ພົວພັນທາງໂທລະສັບ ຫຼື ເຄື່ອງມືສື່ສານຕ່າງໆ;
- ວິທີການອື່ນໆ.
-
ຂັ້ນຕອນການຊ່ວຍເຫຼືອທາງດ້ານກົດໝາຍ
- ຮັບຄໍາຮ້ອງ ຫຼື ຄໍາສະເໜີ ຂໍການຊ່ວຍເຫຼືອ;
- ຄົ້ນຄ້ວາ ແລະ ຕົກລົງ ກ່ຽວກັບການໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ;
- ການແຕ່ງຕັ້ງທະນາຍຄວາມ ຫຼື ບຸກຄົນໃຫ້ການຊ່ວຍເຫຼືອ;
- ການຂໍອະນຸມັດງົບປະມານ ເພື່ອໃຫ້ການຊ່ວຍເຫຼືອ.