ກະຊວງຍຸຕິທໍາ
ການຊ່ວຍເຫຼືອທາງດ້ານກົດໝາຍຜ່ານລະບົບດິຈິຕອນ

ຄໍາຖາມ-ຄໍາຕອບ ກ່ຽວກັບບັນຫາຄວາມເປັນພິການ ແລະ ການຈ້າງງານ:

  • ສິດທິຂອງຄົນພິການມີຫຍັງແດ່?

    ອີງຕາມກົດໝາຍວ່າດ້ວຍຄົນພິການ ຄົນພິການມີສິດທິພື້ນຖານດັ່ງຕໍ່ໄປນີ້:
       1) ດຳລົງຊີວິດຢ່າງເປັນເອກະລາດ, ປອດໄພ ແລະ ຢູ່ຮ່ວມກັບຊຸມຊົນຢ່າງເທົ່າທຽມ;
       2) ໄດ້ຮັບການດູແລ, ປິ້ນປົວ ແລະ ຟືນຟູສຸຂະພາບ;
       3) ໄດ້ຮັບການປົກປ້ອງການໃຊ້ຄວາມຮຸນແຮງທາງດ້ານຮ່າງກາຍ ແລະ ຈິດໃຈ;
       4) ໄດ້ຮັບການສຶກສາ, ຝຶກວິຊາຊີບ, ມີວຽກເຮັດງານທຳ, ສະຫວັດດີການສັງຄົມ, ເຄື່ອນໄຫວກິລາ-ກາຍຍະກຳ, ສິລະປະວັນນະຄະດີ, ວັດທະນະທຳ, ເຂົ້າເຖິງອາຄານສະຖານທີ່, ການຂົນສົ່ງສາທາລະນະ ແລະ ຂໍ້ມູນຂ່າວສານ;
       5) ໄດ້ຮັບການສົ່ງເສີມໃນການໃຊ້ຫົວຄິດປະດິດສ້າງ ແລະ ພອນສະຫວັນຂອງຕົນ ເຂົ້າໃນການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີທັນສະໄໝ ແລະ ຜະລິດວັດຖຸປະກອນຮັບໃຊ້ສັງຄົມ;
       6) ປະກອບຄຳຄິດເຫັນທີ່ພົວພັນເຖິງສິດ ແລະ ຜົນປະໂຫຍດຂອງຕົນ ລວມທັງຜົນປະໂຫຍດຂອງປະເທດຊາດ ແລະ ສັງຄົມ;
       7) ໄດ້ຮັບການຍົກເວັ້ນ ຫລື ຫລຸດຜ່ອນ ອາກອນ, ຄ່າທຳນຽມ, ຄ່າບໍລິການ ແລະ ພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
       8) ນຳໃຊ້ສິດອື່ນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
    (ກົດໝາຍວ່າດ້ວຍຄົນພິການ ມາດຕາ 25, ປີ 2019)
  • ບັດຄົນພິການແມ່ນຫຍັງ ເປັນຫຍັງຈື່ງມີຄວາມສໍາຄັນ?

    ອີງຕາມກົດໝາຍວ່າດ້ວຍຄົນພິການ ບັດຄົນພິການແມ່ນເອກະສານທີ່ຢັ້ງຢືນສະຖານະພາບຂອງຄົນພິການຊຶ່ງເປັນພົນລະເມືອງລາວ ທີ່ປະກອບມີຂໍ້ມູນຂອງຄົນພິການເປັນຕົ້ນແມ່ນ ຊື່ ແລະ ນາມສະກຸນ, ວັນ,ເດືອນ,ປີເກີດ, ເພດ, ທີ່ຢູ່ອາໃສ, ປະເພດຄົນພິການ. ບັດດັ່ງກ່າວມີຄວາມສໍາຄັນຕໍ່ກັບຄົນພິການຫຼາຍ ໂດຍສະເພາະຊ່ວຍໃນການລະບຸຕົວຕົນຂອງຄົນພິການ ແລະ ເຮັດໃຫ້ເຂົາເຈົ້າສາມາດເຂົ້າເຖິງການບໍໍໍລິການຕ່າງໆຕາມເງື່ອນໄຂ ແລະ ສິດທິທີ່ເຂົາເຈົ້າໄດ້ຮັບ. (ກົດໝາຍວ່າດ້ວຍຄົນພິການ ມາດຕາ 18, ປີ 2019)
  • ຄົນພິການສາມາດເຂົ້າເຮັດວຽກກັບອົງການຈັດຕັ້ງລັດ ເອກະຊົນ ແລະ ອົງການຈັດຕັ້ງສາກົນໄດ້ບໍ?

    ໄດ້.
    ອີງຕາມຂອງກົດໝາຍວ່າດ້ວຍຄົນພິການ ການມີວຽກເຮັດງານທໍາຂອງຄົນພິການ ໄດ້ກໍານົດໄວ້ວ່າຄົນພິການ ສາມາດເຂົ້າເຮັດວຽກໃນຫົວໜ່ວຍແຮງງານ, ອົງການຈັດຕັ້ງຂອງລັດ ແລະ ເອກະຊົນ ລວມທັງອົງການຈັດຕັ້ງສາກົນ ແລະ ຕ່າງປະເທດ ຢູ່ ສ.ປ.ປ ລາວ ຕາມຄວາມຮູ້, ຄວາມສາມາດ ຂອງຕົນ ໂດຍໄດ້ຮັບຄ່າຕອບແທນ, ເງິນເດືອນ, ການເລື່ອນຊັ້ນ, ຕໍາແໜ່ງ, ການຍົກລະດັບ ແລະ ສະຫວັດດີການຢ່າງ ສະເໝີພາບກັບຄົນອື່ນ. (ກົດໝາຍວ່າດ້ວຍຄົນພິການ ມາດຕາ 38, ປີ 2019)
  • ຄົນພິການມີສິດຂໍໃຫ້ນາຍຈ້າງ ຊ່ວຍປັບປຸງສະຖານທີ່ເຮັດວຽກໃຫ້ ອຳນວຍຄວາມສະດວກແກ່ຕົນເອງ ຫລື ບໍ່? ເຊັ່ນຊ່ວຍເຮັດທາງເນີນໃຫ້ ຫລື ຊ່ວຍຈັດບ່ອນນັ່ງທີ່ສະດວກແກ່ການເຄື່ອນໄຫວໄປມາ?

    ມີສິດ.
    ອີງຕາມກົດໝາຍວ່າດ້ວຍຄົນພິການ ຫົວໜ່ວຍແຮງງານ, ອົງການຈັດຕັ້ງຂອງ ລັດ ແລະ ເອກະຊົນ ລວມທັງອົງການຈັດຕັ້ງສາກົນ ແລະ ຕ່າງປະເທດ ຢູ່ ສປປ ລາວ ຕ້ອງສ້າງເງື່ອນໄຂໃຫ້ຄົນພິການ ໄດ້ສະໝັກເຂົ້າເຮັດວຽກ ແລະ ໄດ້ຮັບບຸລິມະສິດໃນການພິຈາລະນາຮັບເຂົ້າເຮັດວຽກ ຕາມຕໍາແໜ່ງງານທີ່ເໝາະສົມກັບ ຄວາມຮູ້, ຄວາມສາມາດ ແລະ ຄວາມຊຳນານງານ ພ້ອມທັງປະກອບສິ່ງອຳນວຍຄວາມສະດວກຂັ້ນພື້ນຖານ ສຳລັບຄົນພິການໃນສະຖານທີ່ເຮັດວຽກ. (ກົດໝາຍວ່າດ້ວຍຄົນພິການ ມາດຕາ 38, ປີ 2019)
  • ຄົນພິການສາມາດຮຽນຮ່ວມກັບຄົນທີ່ບໍ່ພິການໄດ້ບໍ?

    ໄດ້.
    ອີງຕາມກົດໝາຍວ່າດ້ວຍຄົນພິການ ຄົນພິການສາມາດຮຽນຮ່ວມກັບຄົນອື່ນໄດ້ຢູ່ສະຖານທີ່ການສຶກສາຂອງລັດ ແລະ ເອກະຊົນ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ. (ກົດໝາຍວ່າດ້ວຍຄົນພິການ ມາດຕາ 30, ປີ 2019)
  • ຄົນພິການທາງການເບິ່ງເຫັນ ແລະ ຄົນພິການປະເພດອື່ນໆທີ່ຮຽນຈົບໃນລະດັບມະຫາວິທະຍາໄລ ແລະ ຈົບໃນລະດັບວິຊາສະເພາະໃດໜຶ່ງສາມາດເຮັດວຽກຮ່ວມກັບສັງຄົມໄດ້ບໍ່?

    ໄດ້.
    ຄົນພິການສາມາດເຂົ້າເຮັດວຽກໃນຫົວໜ່ວຍແຮງງານອົງ ການຈັດຕັ້ງຂອງລັດ ແລະ ເອກະຊົນ ລວມທັງອົງການຈັດຕັ້ງສາກົນ ແລະ ຕ່າງປະເທດຢູ່ໃນ ສ.ປ.ປ.ລາວ ຕາມຄວາມຮູ້ຄວາມສາມາດຂອງຕົນ ໂດຍໄດຮັບຄ່າຕອບແທນ ເງີນເດືອນ, ການເລື່ອນຊັ້ນ, ຕໍ່າແຫນ່ງ, ການຍົກລະດັບ ແລະ ສະຫວັດດີການ, ຢ່າງສະເໜີພາບກັບຄົນອື່ນ. (ກົດໝາຍວ່າດ້ວຍຄົນພິການ ມາດຕາ 38, ປີ 2019)
  • ຄວາມສະເໝີພາບທາງດ້ານຄອບຄົວສໍາລັບຄົນພິການມີຄືແນວໃດ?

    ຄົນພິການມີຄວາມສະເໝີພາບ ແລະ ເທົ່າທຽມກັບສະມາຊິກທຸກຄົນໃນຄອບຄົວຕາມທີ່ກໍານົດໄວ້ໃນກົດໝາຍທີ່ກ່ຽວຂ້ອງ. (ກົດໝາຍວ່າດ້ວຍຄົນພິການ ມາດຕາ 23, ປີ 2019)
  • ການປິ່ນປົວສຸຂະພາບສຳລັບຄົນພິການມີຄືແນວໃດ?

    ຄົນພິການໄດ້ຮັບການປິ່ນປົວສຸຂະພາບ ເປັນຕົ້ນການກັນພະຍາດ ການກວດ ແລະ ການ ວິເຄາະພະຍາດຢູ່ໃນໂຮງໝໍ, ສຸກສາລາ, ຫ້ອງກວດພະຍາດ ແລະ ສະຖານທີ່ບຳບັດຕາມທີ່ໄດ້ກຳນົດໄວ້ໃນກົດໝາຍທີ່ກ່ຽວຂ້ອງ. ຄົນພິການທີ່ທຸກຍາກ, ອະນາຖາ ແລະ ຄົນພິການທີ່ບໍ່ສາມາດຊ່ວຍເຫລືອຕົນເອງໄດ້ ແລະ ບໍ່ມີຜູ້ດູແລຈະໄດ້ຮັບການຍົກເວັ້ນຄ່າບໍລິການປິ່ນປົວ. (ກົດໝາຍວ່າດ້ວຍຄົນພິການ ມາດຕາ 28, ປິ 2019)
  • ຄົນພິການສາມາດເຂົ້າຝຶກອົບຮົມວິຊາຊີບ ແລະ ພັດທະນາສີມືແຮງງານກັບພວກສ່ວນໃດແດ່?

    ຄົນພິການສາມາດເຂົ້າຝຶກວິຊາຊີບ ແລະ ພັດທະນາສີມືແຮງງານ ຢູ່ສະຖານຝຶກວີຊາຊີບ ແລະ ສູນພັດທະນາຂອງລັດ ແລະ ເອກະຊົນ ຕາມຄວາມເໜາະສົມ. ສະຖານທີ່ຝຶກຕ້ອງສ້າງສິ່ງອຳນວຍຄວາມສະດວກໃຫ້ ເໜາະສົມ ແລະ ສອດຄ່ອງກັບຈຸດພິເສດຂອງຄົນພິການເປັນຕົ້ນ ສະຖານທີ່, ວັດຖຸປະກອນ, ຫລັກສູດ, ວິທີການຮຽນ - ການສອນ. (ກົດໝາຍວ່າດ້ວຍຄົນພິການ ມາດຕາ 36, ປີ 2019)
  • ຄົນພິການສາມາດເຂົ້າເຖິງຂໍ້ມູນຂ່າວສານຜ່ານຊ່ອງໃດແດ່?

    ຄົນພິການສາມາດເຂົ້າເຖິ່ງຂໍ້ມູນຂ່າວສານໂດຍຜ່ານສື່ສິ່ງພິມ, ສື່ເອເລັກໂຕຣນິກ, ເຕັກໂນໂລຊີທັນສະໄຫມ ແລະ ສື່ອື່ນໆ ຕາມຄວາມເໜາະສົມ. ການຈັດຕັ້ງ ແລະ ພາກສ່ວນທີກ່ຽວຂ້ອງຕ້ອງສ້າງເງື່ອນໄຂໃຫ້ຄົນພິການສາມາດເຂົ້າເຖິງຂໍ້ມູນ ຂ່າວສານ ແລະ ສະໜອງຂໍ້ມູນຂ່າວສານທີ່ຈຳເປັນ ເປັນຕົ້ນ ການບໍລິການຟື້ນຟູນໜ້າທີ່ການ. ສະຖານທີ່ໃຫ້ຄວາມຊ່ວຍເຫຼືອດ້ານອຸປະກອນ, ເຄື່ອງຄ້ຳຊູ ແລະ ເຄື່ອງຊ່ວຍຊູ, ການປິ່ນປົວສຸຂະພາບ, ການສຶກສາ ແລະ ການມີວຽກເຮັດງານທຳ. (ກົດໝາຍວ່າດ້ວຍຄົນພິການ ມາດຕາ 42, ປິ 2019)
  • ມີອົງການຈັດຕັ້ງໃດແດ່ໃນ ສປປ ລາວ ທີ່ໃຫ້ຄໍາປຶກສາແກ່ຄົນພິການກ່ຽວກັບການບໍລິການຄົນພິການ?

    ອົງການຈັດຕັ້ງໃນ ສປປ ລາວ ທີ່ໃຫ້ຄຳປຶກສາແກ່ຄົນພິການກ່ຽວກັບການບໍລິການຄົນພິການມີດັ່ງນີ້:
       1) ກອງເລຂາຄະນະກຳມະການແຫ່ງຊາດ ເພື່ອຄົນພິການ ແລະ ຜູ້ອາຍຸສູງ. ເບີໂທຕິດຕໍ່: 020 98676842
       2) ສະມາຄົມຄົນພິການແຫ່ງຊາດລາວ ເບີໂທຕິດຕໍ່: 020 5557 7753
       3) ສະມາຄົມຄົນຫູໜວກ. ເບີໂທຕິດຕໍ່: 020 9860 0413
       4) ສະມາຄົມພິການຕາລາວ. ເບີໂທຕິດຕໍ່: 020 5546 4644
       5) ສະມາຄົມພັດທະນາແມ່ຍິງພິການ. ເບີໂທຕິດຕໍ່: 020 5295 6655
       6) ສູນບໍລິການເພື່ອການພັດທະນາແບບມີສ່ວນຮ່ວມຂອງຄົນພິການ. ເບີໂທຕິດຕໍ່: 020 2357 8899
       7) ສູນບໍລິການຄົນພິການ. ເບີໂທຕິດຕໍ່: 020 9999 3423
       8) ສະມາຄົມພັດທະນາອາຊີບຄົນພິການຕາ. ເບີໂທຕິດຕໍ່: 020 5586 5585
       9) ກຸ່ມຫັດຖະກໍາຊົນເຜົ່າ. ເບີໂທຕິດຕໍ່: 020 5516 5868
       10) ສະມາຄົມຄົນພິການທາງສະໝອງ. ເບີໂທຕິດຕໍ່: 020 5498 9585
       11) ສະມາຄົມເພື່ອຄົນໂອທິສຕິກ. ເບີໂທຕິດຕໍ່: 020 5523 1826
       12) ສູນມືເເຫ່ງຄວາມຫວັງ. ເບີໂທຕິດຕໍ່: 020 7789 5959

ChatBot ການຊ່ວຍເຫຼືອທາງດ້ານກົດໝາຍ

ສະບາຍດີ.
ນີ້ແມ່ນລະບົບໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍຜ່ານລະບົບດິຈິຕອນ ຢູ່ ສປປ ລາວ. ໂດຍມີຈຸດປະສົງໃນການໃຫ້ການຊ່ວຍເຫລືອທາງດ້ານກົດໝາຍໃຫ້ແກ່ກຸ່ມເປົ້າໝາຍເຊັ່ນ: ຜູ້ທຸກຍາກ, ຜູ້ດ້ອຍໂອກາດ, ຄົນພິການ, ເດັກທີ່ຕ້ອງການການປົກປ້ອງພິເສດ, ຜູ້ກະທຳຜິດທີ່ກົດໝາຍກຳນົດໃຫ້ມີທະນາຍ ຄວາມເຂົ້າໄປຊ່ວຍເຫຼືອ, ແມ່ຍິງ ແລະ ເດັກນ້ອຍ ທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ, ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ໂດຍບໍ່ມີຄ່າໃຊ້ຈ່າຍ.
ສອບຖາມ