ຄໍາຖາມ-ຄໍາຕອບ ກ່ຽວກັບບັນຫາຄວາມຮຸນແຮງບົນພື້ນຖານທາງເພດ:
-
ຄວາມຮຸນແຮງແມ່ນຫຍັງ?
ຄວາມຮຸນແຮງເເມ່ນພຶດຕິກໍາທີ່ສົ່ງຜົນເຮັດໃຫ້ ຫຼື ມີແນວໂນ້ມທີ່ຈະເຮັດໃຫ້ເກີດອັນຕະລາຍ, ເປັນອັນຕະລາຍ ຫຼື ຄວາມທໍລະມານ. ( ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ມາດຕາ 2, ປີ 2015)
-
ຄວາມຮຸນແຮງແມ່ນມີພຽງແຕ່ຄວາມຮຸນແຮງທາງດ້ານຮ່າງກາຍບໍ?
ບໍ່.
ອີງຕາມກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໄດ້ກໍານົດຄວາມຮຸນແຮງໄວ້ 4 ປະເພດ (ມາດຕາ 12, ປີ 2015):
1) ທາງດ້ານຮ່າງກາຍ (ມາດຕາ 13) 2) ທາງດ້ານຈິດໃຈ (ມາດຕາ 14) 3) ທາງດ້ານອາລົມ (ມາດຕາ 15) 4) ທາງດ້ານເສດຖະກິດ (ມາດຕາ 16)
-
ຂ້ອຍສາມາດໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍຈາກພາກສ່ວນໃດເເດ່ ແລະ ຂ້ອຍສາມາດໄດ້ຮັບການຊ່ວຍເຫຼືອແນວໃດ?
ການຊ່ວຍເຫຼືອທາງດ້ານກົດໝາຍແມ່ນໃຫ້ການບໍລິການໂດຍ:
1) ຂະເເໜງຍຸຕິທຳ; 2) ສະພາທະນາຍຄວາມ; 3) ສະຫະພັນແມ່ຍິງລາວ; 4) ອົງການຈັດຕັ້ງອື່ນ.
ພາກສ່ວນດັ່ງກ່າວສາມາດໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍດັ່ງນີ້:
1) ການສະໜອງຂໍ້ມູນທາງກົດໝາຍ; 2) ໃຫ້ຄໍາປຶກສາທາງດ້ານກົດໝາຍ; 3) ການຊ່ວຍເຫຼືອໃນການຮ່າງເອກະສານທາງດ້ານກົດໝາຍ; 4) ເປັນຜູ້ຕາງໜ້າໃນການດໍາເນີນຄະດີ
-
ຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ສາມາດຂໍການຊ່ວຍເຫຼືອທາງດ້ານກົດໝາຍໄດ້ບໍ?
ຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງທຸກປະເພດມີສິດໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ໄດ້ຮັບການບໍລິການດັ່ງກ່າວໂດຍບໍ່ເສຍຄ່າ (ມາດຕາ 12 ຂອງດຳລັດວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ, ປີ 2018).
-
ຂ້ອຍສາມາດປະຕິເສດການໄກ່ເກ່ຍໄດ້ບໍ່ຖ້າເປັນຄວາມປະສົງຂອງຂ້ອຍ?
ໄດ້.
ການໄກ່ເກ່ຍສາມາດດໍາເນີນໄດ້ກໍຕໍ່ເມື່ອຜູ້ຖືກເຄາະຮ້າຍຕົກລົງເຫັນດີ ແລະ ສາມາດຢຸດການໄກ່ເກ່ຍໄດ້ທຸກເວລາ. ຖ້າຜົນໄດ້ຮັບບໍ່ເປັນໄປຕາມຄວາມປະສົງ ທ່ານສາມາດເລືອກທີ່ຈະປະຕິເສດຜົນດັ່ງກ່າວ ແລະ ດໍາເນີນການຕາມທີ່ທ່ານຕ້ອງການ (ມາດຕາ 53 ຂອງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ປີ 2015)
-
ຂ້ອຍຄວນເຮັດແນວໃດຖ້າຂ້ອຍເຫັນການໃຊ້ຄວາມຮຸນແຮງ?
ລາຍງານຕໍ່ອໍານາດການປົກຄອງບ້ານ, ສະຫະພັນແມ່ຍິງລາວ, ຫຼື ຕຳຫຼວດ ຂໍໃຫ້ທ່ານຮັບຮູ້ວ່າຂັັ້ນສຸດທ້າຍທີ່ຈະດໍາເນີນຄະດີແມ່ນຂຶ້ນກັບຄວາມເຫັນພ້ອມຂອງຜູ້ຖືກເຄາະຮ້າຍ. (ມາດຕາ 29 ຂອງກົດໝາຍວ່າດ້ວຍການກຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ປີ 2015)