-
ບໍ່ແຮ່ຢູ່ໃກ້ກັບບ້ານຂອງຂ້ອຍໄດ້ສ້າງມົນລະພິດທາງນ້ຳແກ່ຊຸມຊົນ ເຊິິງເປັນແຫຼ່ງນໍ້າທີ່ພວກເຮົາໃຊ້ ແລະ ເປັນແຫຼ່ງຫາປາ. ພວກເຮົາຈະຕ້ອງລາຍງານຕໍ່ລັດເພື່ອໃຫ້ຢຸດຕິການສ້າງມົນລະພິດນັ້ນບໍ?
ແມ່ນແລ້ວ.
ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມແລະ ກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າຮຽກຮ້ອງໃຫ້ບຸກຄົນ ແລະ ຊຸມຊົນ ຄຸມຄ້ອງ ແລະ ລາຍງານກ່ຽວກັບບັນຫາມົນລະພິດທາງນ້ຳ ແລະ ແຫຼ່ງນ້ຳອື່ນໆ ໃນ ສປປ ລາວ ລວມທັງມົນລະພິດທີ່ເກີດຈາກພາກທຸລະກິດ. ຖ້າເຈົ້າເຫັນວ່າບໍ່ແຮ່ ຫຼື ການດໍາເນີນທຸລະກິດອື່ນໆ ທຳລາຍສິ່ງແວດລ້ອມ ແລະ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງຊຸມຊົນ ໃຫ້ເຈົ້າລາຍງານແບບເປັນທາງການ ຕໍ່ນາຍບ້ານ ແລະ ຂະເເໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ. (ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງເເວດລ້ອມ ປີ 2013 ແລະ ກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ ປີ 2017)
-
ການປູກໄມ້ໄດ້ກີດຂວາງຊຸມຊົນຂອງພວກເຮົາ ຈາກການອາໄສປ່າບ່ອນໃກ້ຄຽງ ເຊິ່ງເປັນບ່ອນທີ່ພວກເຮົາຊອກອາຫານ ເຊັ່ນ: ສັດປ່າ, ເຫັດ, ໝາກໄມ້, ໝາກຖົ່ວ ແລະ ພືດທີ່ເປັນຢາພື້ນເມືອງມາເປັນເວລາຫຼາຍສິບປີແລ້ວ. ແຕ່ຕອນນີ້ ພວກເຮົາຕ້ອງໄປຊອກຫາອາຫານ ແລະ ຢາພື້ນເມືອງຢູ່ໃນປ່າອີກແຫ່ງໜື່ງທີ່ມີໄລຍະທາງ 5 ກິໂລແມັດ. ພວກເຮົາຍັງໄດ້ຮັບອະນຸຍາດໃຫ້ເຂົ້າປ່າຊົມໃຊ້ຂອງບ້ານທີ່ຢູ່ໃກ້ຄຽງນັ້ນບໍ?
ແມ່ນແລ້ວ.
ກົດໝາຍວ່າດ້ວຍປ່າໄມ້ອະນຸຍາດໃຫ້ບຸກຄົນ, ຄົວເຮືອນ, ແລະ ຊຸມຊົນສາມາດນໍາໃຊ້ໄມ້, ຫາອາຫານ ແລະ ພືດຢ່າພື້ນເມືອງ ເພື່ອນໍາມາບໍລິໂພກໃນຊີວິດປະຈໍາວັນໃນປ່າຂອງລັດທຸກບ່ອນ ທີ່ຢູ່ພາຍໃຕ້ແຜນການຄຸ້ມຄອງປ່າໄມ້ຂອງທ້ອງຖິ່ນ. ຖ້າຫາກວ່າການປູກໄມ້ ຫຼື ການດໍາເນີນທຸລະກິດອື່ນໆ ກີດຂວາງຊຸມຊົນຂອງເຈົ້າ ເຮັດໃຫ້ປະຊາຊົນບໍ່ເຂົ້າເຖິງການຊົມໃຊ້ປ່າຂອງບ້ານ ເພື່ອຕອບສະໝອງຄວາມຕ້ອງການໃນການດໍາລົງຊີິວິດປະຈໍາວັນ ເຈົ້າຈະຕ້ອງລາຍງານເປັນທາງການໃຫ້ນາຍບ້ານ ແລະ ຂະເເໜງກະສິກຳ ແລະ ປ່າໄມ້. (ກົດໝາຍວ່າດ້ວຍປ່າໄມ້ ປີ 2019)
-
ເນື່ອງຈາກໂຄງການກໍ່ສ້າງເສັ້ນທາງ ເຮັດໃຫ້ຄອບຄົວຂອງຂ້ອຍຕ້ອງຍົກຍ້າຍໄປຢູ່ບ່ອນໃໝ່ ໂດຍກ່ອນໜ້ານີ້ພວກເຮົາມີເຮືອນຫຼັງໃຫຍ່ພ້ອມທັງເອກະສານທີ່ຈຳເປັນກ່ຽວກັບທີ່ດິນ ແລະ ສິ່ງກໍ່ສ້າງ ແຕ່ຢ່າງໃດກໍຕາມຫຼັງຈາກການຍົກຍ້າຍແລ້ວ ພວກເຮົາໄດ້ຮັບການຈັດສັນທີ່ດິນທີ່ມີຂະໜາດນ້ອຍ ແລະ ບໍ່ມີເຮືອນ. ພວກເຮົາສາມາດຮຽກເອົາຄ່າຊົດເຊີຍໄດ້ບໍ?
ແມ່ນແລ້ວ.
ກົດໝາຍວ່າດ້ວຍການຍົກຍ້າຍຈັດສັນເລກທີ 45 ຮັບປະກັນການຊົດເຊີຍໃຫ້ແກ່ບຸກຄົນ ແລະ ຄົວເຮືອນທີ່ຖືກຍົກຍ້າຍທີ່ມີໃບຕາດິນ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງທັງໝົດ ໃນກໍລະນີທີ່ມູນຄ່າຂອງດິນຕອນໃໝ່ ແລະ/ຫຼື ສິ່ງປຸກສ້າງທີ່ເປັນເຮືອນ ຫາກມີມູນຄ່າຕໍ່າກວ່າຂອງເຂົາເຈົ້າຜ່ານມາກ່ອນມີການຍົກຍ້າຍ. ຖ້າເຈົ້າບໍ່ໄດ້ຮັບມູນຄ່າທີ່ດິນ ແລະ ຄ່າຊົດເຊີຍສໍາລັບເຮືອນຂອງເຈົ້າທີ່ເປັນທໍາ ເຈົ້າຕ້ອງລາຍງານໃຫ້ນາຍບ້ານ ແລະ ຄະນະກໍາມະການຍົກຍ້າຍຈັດສັນ ແລະ ການຈັດສັນວິຊາຊີບທີ່ກ່ຽວຂ້ອງແບບເປັນທາງການ.
-
ຄອບຄົວຂອງຂ້ອຍໄດ້ສູນເສຍເຮືອນຂອງພວກເຮົາເນື່ອງຈາກໄພນໍ້າຖ້ວມທີ່ມີສາເຫດເກີດຈາກເຂື່ອນແຕກ ແລະ ປະຈຸບັນພວກເຮົາອາໄສຢູ່ທີ່ພັກເຊົາຊົ່ວຄາວ. ພວກເຮົາມີສິດທີ່ຈະໄດ້ການປຸກສ້າງເຮືອນໂດຍບໍ່ມີຄ່າໃຊ້ຈ່າຍ ແລະ ພ້ອມດິນຄືກັບໄລຍະຜ່ານມາບໍ?
ແມ່ນແລ້ວ.
ກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດຮັບປະກັນວ່າທຸກໆການດໍາເນີນການຜະລິດ ຫຼື ທຸລະກິດໃດໜຶ່ງທີ່ເຮັດໃຫ້ເກີດໄພພິບັດ ຈະຕ້ອງໄດ້ຮັບຜິດຊອບແກ້ໄຂ ແລະ ຟື້ນຟູໂຄງລ່າງພື້ນຖານທີ່ຖືກທຳລາຍ ໃນນີ້ເຊິ່ງປະກອບມີພື້ນທີ່ເຂດການດໍາລົງຊີວິດຂອງປະຊາຊົນ. ພາກທຸລະກິດຍັງຕ້ອງໃຫ້ຄ່າຊົດເຊີຍແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດພາຍໃຕ້ການຕິດຕາມ ແລະ ກວດກາຂອງຄະນະກໍາມະການຄຸ້ມຄອງໄພພິບັດທີ່ກ່ຽວຂ້ອງ. ຖ້າເຈົ້າຍັງບໍ່ໄດ້ຮັບການຢັ້ງຢືນການມອບສິດ ແລະ ຄ່າຊົດເຊີຍເຮືອນໃນມູນຄ່າທີ່ມີຄວາມເປັນທໍາ ເຈົ້າຕ້ອງລາຍງານເປັນທາງການເຖິງນາຍບ້ານ ແລະ ຄະນະຄຸ້ມຄອງໄພພິບັດຂັ້ນເມືອງຂອງເຈົ້າ. (ກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ ປີ 2019)
-
ຂ້ອຍໄດ້ຍິນວ່າຈະມີເຂື່ອນໄຟຟ້ານ້ຳຕົກແຫ່ງໃໝ່ທີ່ຈະສ້າງຂຶ້ນຢູ່ໃກ້ຊຸມຊົນຂອງພວກເຮົາ. ຂ້ອຍສາມາດເຂົ້າຮ່ວມໃນການສົນທະນາເພື່ອໃຫ້ຮູ້ຂໍ້ມູນເພີ່ມເຕີມກ່ຽວກັບໂຄງການດັ່ງກ່າວ ແລະ ແບ່ງປັນຄວາມຄິດເຫັນຂອງຕົນກ່ຽວກັບວິທີທີ່ຄວນຈະຖືກຮັບຮູ້ໄດ້ບໍ?
ແມ່ນແລ້ວ.
ກົດໝາຍວ່າດ້ວຍການປົກປ້ອງສິ່ງແວດລ້ອມ ສົ່ງເສີມການມີສ່ວນຮ່ວມຂອງບຸກຄົນ, ຄົວເຮືອນ ແລະ ຊຸມຊົນທີ່ຖືກຜົນກະທົບທັງທາງກົ່ງ ຫຼື ທາງອ້ອມ ໂດຍໂຄງການລົງທຶນໃນການວາງແຜນ ແລະ ການປະເມີນຂອງໂຄງການ. ຖ້າເຈົ້າຢາກເຂົ້າຮ່ວມໃນການວາງແຜນ ຫຼື ກວດກາໂຄງການເຂື່ອນໄຟຟ້ານ້ຳຕົກແຫ່ງໃໝ່ ຫຼື ທຸລະກິດອື່ນທີ່ຢູ່ໃກ້ຊຸມຊົນຂອງເຈົ້າ ເຈົ້າຕ້ອງໄປຫານາຍບ້ານ ແລະ ຂະເເໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. (ກົດໝາຍວ່າດ້ວຍການປົກປ້ອງສິ່ງແວດລ້ອມ 2013)
-
ຄວາມສະໝັກໃຈທີ່ຕ້ອງປະຕິບັດໃຫ້ຖືກຕ້ອງຕາມກົດໝາຍ ໃນຂະບວນການມີສ່ວນຮ່ວມຂອງປະຊາຊົນຕໍ່ກັບ ການລົງທຶນທີ່ກ່ຽວຂ້ອງກັບທີ່ດິນກະສິກຳມີຄືແນວໃດ?
ອີງຕາມຄໍາເເນະນໍາກ່ຽວກັບການພິຈາລະນາ ອະນຸມັດການລົງທຶນ ແລະ ກົນໄກການຄຸ້ມຄອງທີ່ດິນໃຫ້ເຊົ່າ ຫຼື ສໍາປະທານສໍາລັບການປູກພືດກະສິກໍາ ແມ່ນຕ້ອງໃຫ້ປະຊາຊົນທີ່ອາໄສໃນເຂດພື້ນດັ່ງກ່າວເຂົ້າຮ່ວມຕັ້ງເເຕ່ໄລຍະຂອງ ຂະບວນການໃນການສືກສາຄວາມເປັນໄປໄດ້ຂອງໂຄງການ ແລະ ການດໍາເນີນງານ, ສະໜອງຂໍ້ມູນທີ່ເປັນສໍາເນົາເອກະສານກ່ຽວກັບຜົນໄດ້ ແລະ ຜົນເສຍຂອງໂຄງການທີ່ກ່ຽວກັບຜູ້ກ່ຽວ, ເຈລະຈາກັບຜູ້ລົງທຶນເພື່ອຮັບປະກັນຜົນປະໂຫຍດຂອງຊຸມຊົນບົນພື້ນຖານຄວາມສະໝັກໃຈ ແລະ ສື່ສານກັບຜູ້ລົງທຶນຢ່າງຕໍ່ເນື່ອງໃນແຕ່ລະໄລຍະຂອງໂຄງການ ແລະ ມີການຕິດຕາມກວດກາ ພ້ອມທັງລາຍງານການດໍາເນີນທຸລະກິດໃຫ້ອໍານາດການປົກຄອງຊາບ.
(ຄໍາເເນະນໍາກ່ຽວກັບການພິຈາລະນາ ອະນຸມັດການລົງທຶນ ແລະ ກົນໄກການຄຸ້ມຄອງທີ່ດິນໃຫ້ເຊົ່າ ຫຼື ສໍາປະທານສໍາລັບການປູກພືດກະສິກໍາ ສະບັບເລກທີ 0457/ກຜທ)
-
ອົງການປົກຄອງບ້ານມີສິດເອົາທີ່ດິນລວມບ້ານໃຫ້ເອກະຊົນ ຫລື ບໍລິສັດ ເຊົ່າ ຫລື ສຳປະທານ ຫລື ເອົາທີ່ດິນວັດ(ທໍລະນີສົງ) ເປັນກຳມະສິດຂອງບຸກຄົນໄດ້ບໍ?
ບໍ່ໄດ້.
ກົດໝາຍບໍ່ອະນຸຍາດໃຫ້ບຸກຄົນໃດມີສິດໃນການມອບ, ໂອນ, ຂາຍ, ແລກປ່ຽນ, ໃຫ້ ເຊົ່າ, ໃຫ້ສຳປະທານ, ເອົາໄປເປັນຮຸ້ນ, ນຳໄປຄ້ຳປະກັນທີ່ດິນລວມບ້ານ ເນື່ອງຈາກສາມາດຊົມໃຊ້ທີ່ດິນລວມບ້ານເພື່ອຜົນປະໂຫຍດລວມຂອງປະຊາຊົນພາຍໃນບ້ານ ຫຼື ຫຼາຍບ້ານເທົ່ານັ້ນ ເພາະສິດນໍາໃຊ້ທີ່ດິນຂອງລັດເພື່ອເປົ້າໝາຍລວມໝູ່ທີ່ລັດມອບໃຫ້ນັ້ນ ມີສິດພຽງ ສິດຊົມໃຊ້ ແລະ ສິດປົກປັກຮັກສາເທົ່ານັ້ນ. (ມາດຕາ 81 ກົດໝາຍວ່າດ້ວຍ ທີ່ດິນ ສະບັບເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019)
ສ່ວນທີ່ທີ່ດິນວັດທະນະທຳໃນກໍລະນີໃດກໍຕາມ ບໍ່ອະນຸຍາດໃຫ້ມອບສິດນໍາໃຊ້ດ້ວຍການອອກໃບຕາດິນໃຫ້ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຢ່າງເດັດຂາດ. (ມາດຕາ 67 ວັກ 02 ກົດໝາຍວ່າດ້ວຍ ທີ່ດິນ ສະບັບເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019)
ແຕ່ຫາກປະຊາຊົນພາຍໃນບ້ານ ຫລື ອຳນາດການປົກຄອງບ້ານ( ນາຍບ້ານ ) ຫາກໄດ້ ມອບ, ໂອນ, ຂາຍ, ແລກປ່ຽນ, ໃຫ້ ເຊົ່າ, ໃຫ້ສຳປະທານ, ເອົາໄປເປັນຮຸ້ນ, ນຳໄປຄ້ຳປະກັນທີິ່ດິນລວມ ຖືເປັນການລະເມີດ ແລະ ກະທຳຜິດກົດໝາຍ ແລະ ຕ້ອງຮັບຜິດຊອບຕໍ່ຫນ້າກົດໝາຍທັງທາງແພ່ງ ແລະ ອາຍາ. (ປະມວນກົດໝາຍອາຍາມາດຕາ 310)
-
ໃນກໍລະນີມີເຫດການກ່ຽວກັບບັນຫາທາງດ້ານທີ່ດິນທີ່ເກີດຈາກການລົງທືນ ປະຊາຊົນຜູ້ໄດ້ຮັບຜົນກະທົບມີສິດ ແລະ ສາມາດຮ້ອງຟ້ອງໄດ້ບໍ?
ໄດ້.
ປະຊາຊົນຜູ້ໄດ້ຮັບຜົນກະທົບມີສິດ ແລະ ສາມາດຮ້ອງຟ້ອງເປັນຄະດີປົກຄອງໄດ້ເຊັ່ນໃນກໍລະນີຫາກມີການອອກ, ການໂຈະ ຫຼື ການຍົກເລີກ ຂໍ້ຕົກລົງ, ຄຳສັ່ງ ຫຼື ໃບອະນຸຍາດ ກ່ຽວກັບ ການຄຸ້ມຄອງທີ່ດິນ ທີ່ບໍ່ຖືກຕ້ອງ ຫຼື ມີຂໍ້ຕົກລົງ ກ່ຽວກັບການແລກປ່ຽນ ຫຼື ການຊົດເຊີຍ ທີ່ບໍ່ຖືກຕ້ອງ ແລະ ປະຊາຊົນຜູ້ໄດ້ຮັບຜົນກະທົບໄດ້ເຮັດຄຳສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງແກ້ໄຂ ເປັນຕົ້ນໃນຂັ້ນອຳນາດການປົກຄອງທ້ອງຖິ່ນ, ຫ້ອງການ, ພະແນກການ ແລະ ອົງການປົກຄອງແຂວງ ຫລື ນະຄອນຫລວງແລ້ວ ແຕ່ບໍ່ສາມາດແກ້ໄຂໃຫ້ປະຊາຊົນດ້ວຍຄວາມຊອບທຳ ແລະ ສິດຕາມກົດໝາຍ ປະຊາຊົນສາມາດຮ້ອງຟ້ອງຫາຄະນະສານປົກຄອງ ຢູ່ສານປະຊາຊົນແຂວງ ແລະ ນະຄອນຫລວງວຽງຈັນ ເພື່ອພິຈາລະນາຕັດສິນ ແລະ ຄະນະສານປົກຄອງຕ້ອງຄົ້ນຄວ້າພິຈາລະນາຕັດສິນຕາມກົດໝາຍ. (ມາດຕາ 16 ຂໍ້ 01 ແລະ ຂໍ້ 07 ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການດຳເນີນຄະດີປົກຄອງ ສະບັເລກທີ 001/ປປທ, ລົງວັນທີ 19 ມີນາ 2021)
-
ເປັນຫຍັງຈື່ງບໍ່ອານຸຍາດເຮັດໃບຕາດີນຖາວອນ (ໃບຂອບທອງ) ໃຫ້ປະຊາຊົນຢູ່ເຂດຊຸມຊົນ ຫຼື ເຂດຊານເມືອງ, ເຂດຈຸດສຸມ ແລະ ເຂດພູດອຍ ເເຕ່ເປັນຫຍັງໃນເຂດຕົວເມືອງຈື່ງເຮັດໄດ້ໃບຕາດິນໄດ້?
ອີງຕາມກົດໝາຍທີ່ດິນ ການຂໍຂຶ້ນທະບຽນອອກໃບຕາດິນ ຫລື ໃບຕາດິນຂອບທອງ(ໃບຕາດິນຖາວອນ) ເປັນສິດ ແລະ ຜົນປະໂຫຍດອັນຊອບທຳຕາມກົດໝາຍຂອງປະຊາຊົນ ແລະ ສິດດັ່ງກ່າວຈະກຳທຳບໍ່ໄດ້ ກໍຕໍ່ເມື່ອເປັນດິນຢູ່ໃນເຂດທີ່ດິນປ່າສະຫງວນ, ທີ່ດິນປ່າປ້ອງກັນ, ທີ່ດິນປ່າຜະລິດ, ທີ່ດິນບໍລິເວນນ້ຳ ຫຼື ທີ່ດິນປະເພດອື່ນ (ດິນ 3 ປະເພດປ່າ) ທີ່ລັດສະຫງວນໄວ້ ເພາະເປັນເປົ້າໝາຍອານຸລັກເທົ່ານັ້ນ ລັດບໍ່ສາມາດອອກໃບຂອບທອງໃຫ້ບຸກຄົນໄດ້.
ນອກຈາກດິນ 3 ປະເພດປ່າ ຫຼື ດິນທີ່ລັດສະຫງວນໄວ້ແລ້ວ ພາກສ່ວນທີ່ກ່ຽວຂ້ອງຕ້ອງຂຶ້ນແຜນ ລົງສຳຫຼວດ-ວັດແທກທີ່ດິນຕາມຂັ້ນຕອນ ເພື່ອອອກໃບຕາດິນ ຕາມປົກກະຕິ ແລະ ຕາມການສະເໜີຂອງປະຊາຊົນ ໃນຂອບເຂດທົ່ວປະເທດ ແລະ ເວົ້າອີກຢ່າງໜຶ່ງ ປັດຈຸບັນ ຍັງບໍ່ທັນເຫັນມີກົດໝາຍ ຫລື ນິຕິກຳໃດຫ້າມບໍ່ໃຫ້ອອກໃບຕາດິນຢູ່ເຂດຊຸມຊົນ ຫຼື ຊານເມືອງ, ເຂດຈຸດສຸມ, ເຂດພູດອຍ.
(ມາດຕາ 02 ວັກ 02 ຄໍາແນະນໍາວ່າດ້ວຍການຂຶ້ນທະບຽນອອກໃບຕາດິນ ສະບັບເລກທີ 500/ກສຊ, ລົງວັນທີ 12 ກຸມພາ 2022, ມາດຕາ 19 ຂໍ້ 01 ກົດໝາຍວ່າດ້ວຍ ທີ່ດິນ ສະບັບເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019)
-
ກໍລະນີທີ່ການສໍາປະທານທີ່ດິນຫາກບໍ່ປະບັດຕາມສັນຍາ ປ່ອຍປະໃຫ້ທີ່ດີນທີ່ໄດ້ຮັບການອະນຸມັດຈາກລັດຖະບານກາຍເປັນດີນເປົ່າວ່າງ ທີ່ນໍາໄປສູ່ການເສຍລາຍຮັບໃຫ້ລັດ ແລະ ເຮັດໃຫ້ປະຊາຊົນເສຍພື້ນທີ່ໃນການທໍາມາຫາກິນຈະເເກ້ໄຂແນວໃດ?
ພາກສ່ວນທີ່ກ່ຽວຂ້ອງຕ້ອງຕິດຕາມກວດກາການປະຕິບັດສັນຍາ ເຊົ່າ ຫຼື ສຳປະທານ ຫາກເຫັນວ່າການປະຕິບັດສັນຍາບໍ່ຖືກຕ້ອງ ແລະ ສອດຄ່ອງກັບເປົ້າໝາຍຂອງສັນຍາ ແລະ ມີການກ່າວເຕືອນ, ຫາກບໍ່ມີການປ່ຽນແປງກໍ່ສາມາດຍົກເລີກສັນຍາ ແລ້ວມອບທີ່ດິນເຫລົ່ານັ້ນຄືນໃຫ້ຊຸມຊົນທ້ອງຖິ່ນໂດຍບໍ່ມີເງື່ອນໄຂ. (ມາດຕາ 49 ດຳລັດ ວ່າດ້ວຍການເອົາທີ່ດິນຂອງລັດໃຫ້ເຊົ່າ ຫລື ສຳປະທານ)